ປີດການແຂ່ງຂັນ ກິລາເຕະບານ ເດີ່ນນ້ອຍ 8 ຄົນ ຊີງຂັນເຈົ້າເມືອງ ຄຳເກີດ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ ໃຫ້ເປັນຂະບວນການຟົດຟື້ນ ໃນຕອນແລງຂອງວັນທີ 2 ທັນວາ 2019 ນີ້ ຢູ່ເດີນເຕະບານຫ້ວຍຕຸ່ນ ໄດ້ຈັດພິທີປິດການແຂ່ງຂັນກິລາບານເຕະເດີ່ນນ້ອຍ 8 ຄົນ ຊີງຂັນທ່ານເຈົ້າເມືອງຄຳເກີດ ໂດຍພາຍໃຕ້ການເປັນປະທານການແຂ່ງຂັນຂອງທ່ານ ຄຳໜັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄຳເກີດ, ທັງເປັນປະທານຈັດງານແຂ່ງຂັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີບັນດາແຂກທີ່ຖືກເຊີນ ຄະນະກຳມະການ, ນັກກິລາພາຍໃນເມືອງຄຳເກີດ ເຂົ້າຮ່ວມ.

ໃນການຈັດການແຂ່ງຂັນກິລາເຕະບານເດີ່ນນ້ອຍ 8 ຄົນຄັ້ງນີ້ ໄດ້ດຳເນີນມາເປັນເວລາ 17 ວັນເຕັມ ເລີ່ມແຕ່ວັນທີ 15 ພະຈິກ ເຖິງ ວັນທີ 2 ທັນວາ 2019 ໂດຍມີທີມນັກກິລາເຕະບານ ເຂົ້າຮ່ວມຈຳນວນທັງໝົດ 32 ທີມ, ໃນນັ້ນ ຈັດການແຂ່ງຂັນຂຶ້ນເປັນ 2 ປະເພດ ຄື: ປະເພດທີມຊາວໜຸ່ມຊາຍທົ່ວໄປ ມີ 18 ທີມ ແລະ ປະເພດທີມຊາຍສາຍພະນັກງານລັດຖະກອນ ມີ 14 ທີມ.

ຜົນການແຂ່ງຂັນທີມຊາຍສາຍຊາວໜຸ່ມທົ່ວໄປ: ອັນດັບທີ 1 ໄດ້ແກ່ທີມ ບ້ານສົມສະໝຸກ ໄດ້ຮັບຂັນ 1 ໜ່ວຍ ແລະ ຫຼຽນຄຳ ພ້ອມເງິນສົດ 1.000.000ກີບ, ອັນດັບທີ 2 ໄດ້ແກ່ທີມ ກ້ວຍຫອມ ຮັບຂັນ 1 ໜ່ວຍ ແລະ ຫຼຽນເງິນ ພ້ອມເງິນສົດ 800.000 ກີບ, ອັນດັບທີ 3 ໄດ້ແກ່ທີມ ຮ້ານຫ້ວຍຕຸ່ນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 600.000 ກີບ, ອັນດັບທີ 4 ໄດ້ແກ່ທີມ ບ້ານນາແປ ໄດ້ຮັບເງິນສົດ 400.000 ກີບ.

ຜົນການແຂ່ງຂັນທີມຊາຍສາຍພະນັກງານລັດຖະກອນ: ອັນດັບທີ 1 ໄດ້ແກ່ທີມ ຫ້ອງການສຶກສາ ໄດ້ຮັບຂັນ 1 ໜ່ວຍ ແລະ ຫຼຽນຄຳ ພ້ອມເງິນສົດ 1.000.000 ກີບ, ອັນດັບທີ 2 ໄດ້ແກ່ທີມ ຫ້ອງການແຜນການ ແລະ ການລົງທຶນ ໄດ້ຮັບຂັນ 1 ໜ່ວຍ ແລະ ຫຼຽນເງິນ ພ້ອມເງີນສົດ 800.000 ກີບ, ອັນດັບທີ 3 ໄດ້ແກ່ທີມ ປກສ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 600.000 ກີບ, ອັນດັບທີ 4 ໄດ້ແກ່ທີມ ຫ້ອງການຊັບ ໄດ້ຮັບເງິນສົດ 400.000 ກີບ.

About admin12