ປິດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ກັບທີມງານໂຄສະນາປູກຈິດສໍານຶກຂັ້ນເມືອງ

ໃນວັນທີ 25 ສິງຫາ 2022 ທີ່ສູນວັດທະນະທຳເດັກ ເມືອງຄໍາເກີດ ໄດ້ປິດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບທີມງານໂຄສະນາປູກຈິດສໍານຶກຂັ້ນເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ຄໍາພອນ ເຮືອງມະນີພັນ ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ທ່ານ ສີທັດ ພິມມະຈັນ ຮອງຫົວໜ້າກອງອຸທິຍານນາກາຍ-ນໍ້າເທີນ, ມີຄະນະຄູຝຶກມາຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ, ນັກສໍາມະນາກອນມາຈາກເມືອງຄໍາເກີດ, ເມືອງນາກາຍ ແລະ ເມືອງຍົມມະລາດ ເຂົ້າຮ່ວມ.

ທ່ານ ນາງ ອຸດົມຈິດ ໄຊຍະບັນດິດ ຕາງໜ້ານັກສໍາມະນາກອນທັງ 3 ເມືອງໄດ້ຂຶ້ນຜ່ານບົດລາຍງານການຝຶກອົບຮົມໃນຄັ້ງນີ້ ວ່າ ການຝຶກອົບຮົມໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ໄດ້ຝຶກເປັນເວລາ 3 ວັນ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມຮູ້ພື້ນຖານກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ, ການຕິດຕໍ່ສື່ສານ ແລະ ການໂຄສະນາເຜີຍແຜ່ດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ພາກທີ 2 ແມ່ນລົງພາກສະໜາມ ເພື່ອປະຕິບັດໂຕຈິງໃຫ້ກັບປະຊາຊົນບ້ານເປົ້າໝາຍ.

ຈາກນັ້ນກໍ່ໄດ້ມີພິທີ ມອບໃບຢັ້ງຢືນ ການເຂົ້າຮ່ວມຝຶກອົບຮົມໃຫ້ແກ່ນັກສໍາມະນາກອນ ຈໍານວນ 19 ທ່ານ, ໃຫ້ກຽດມອບໂດຍ ທ່ານ ນາງ ຄໍາພອນ ເຮືອງມະນີພັນ.

About admins14