ປິດຝຶກອົບຮົມວຽກງານວິຊາສະເພາະສະຫຼາຍການປະທ້ວງ ແລະ ການຈາລະຈົນ

ໃນວັນທີ 9 ທັນວາ 2022 ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ ໄດ້ສະຫຼຸບຜົນສໍາເລັດການຝຶກອົບຮົມວຽກງານວິຊາສະເພາະ ສະຫຼາຍການປະທ້ວງ ແລະ ການຈາລະຈົນ ເປັນກຽດເຂົ້້າຮ່ວມຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີທ່ານ ພັນໂທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ພ້ອມດ້ວຍຄະນະ, ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແລະ ບັນດານັກຝຶກອົບຮົມເຂົ້າຮ່ວມ.

ທ່ານ ພັນໂທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ຂື້ນຜ່ານ ບົດລາຍງານຜົນສໍາເລັດການຝຶກອົບຮົມວຽກງານວິຊາສະເພາະສະຫຼາຍການປະທ້ວງ ແລະ ການຈາລະຈົນ ໃນຄັ້ງນີ້ໄດ້ດໍາເນີນມາແຕ່ວັນທີ 6 ທັນວາ 2022 ເພື່ອເຮັດໃຫ້ນາຍຕໍາຫຼວດໃນກໍາລັງປ້ອງກັນເຄື່ອນທີ່ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ, ມີລະບຽບວິໄນເຂັ້ມງວດ, ການຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫັດແອບ, ຝຶກຊ້ອມ ຈໍານວນ 40 ສະຫາຍ, ຄູຝຶກ 3 ສະຫາຍ ບົດຮຽນທີ່ນໍາມາຝຶກອົບຮົມປະກອບມີ 02 ບົດຄື: ທັດສະນະຫຼັກການສະກັດກັ້ນ, ແກ້ໄຂການຊຸມນຸມປະທ້ວງ ແລະ ການຈາລະຈົນ, ວີທີການສະກັດກັ້ນ, ແກ້ໄຂການໂຮມຊຸມນຸມປະທ້ວງ ແລະ ການຈາລະຈົນ ມາເຜີຍແຜ່ໃຫ້ນັກຝຶກອົບຮົມໄດ້ເຊື່ອມຊຶມ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.

ຈາກນັ້ນກໍ່ໄດ້ນໍາພາຫັດແອບຝຶກຊ້ອມປະຕິບັດຕົວຈິງກ່ຽວກັບວິທີການສະກັດກັ້ນ, ແກ້ໄຂການໂຮມຊຸມນຸມປະທ້ວງ ແລະ ການຈາລະຈົນ ທີ່ປະກອບມີການນໍາໃຊ້ຮູບແຖວຕັ້ງເພື່ອເຄື່ອນທັບໄປຫາຝູງຊົນທີ່ມາໂຮມຊຸມນຸມປະທ້ວງ, ການນໍາໃຊ້ຮູບແຖວຂວາງ, ການນໍາໃຊ້ຮູບແຖວຕົວ A ການນໍາໃຊ້ຮູບແຖວຕົວ V, ການນໍາໃຊ້ຮູບແຖວຕົວ O, ການນໍາໃຊ້ຮູບແຖວປະສານສົມທົບ ແລະ ການນໍາໃຊ້ຮູບແຖວຕົວ U, ເຊິ່ງຜ່ານການຝຶກອົບຮົມທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງເຫັນວ່າບັນດານາຍຕໍາຫຼວດມີຄວາມຮັບຮູ້ເຂົ້າໃຈສາມາດນໍາໄປຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງໄດ້ ປະມານ 80%, ນອກນັ້ນຍັງມີຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ.

About admins14