ປິດຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫຼວດສະຖິຕິກະສິກໍາ ທົ່ວປະເທດ ຄັ້ງທີ 3


ໃນວັນທີ 4 ພາຈິກ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ປິດບັ້ນຝຶກອົບຮົມ ນັກກວດກາ ແລະ ນັກເດີນສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ 3 ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ວົງສີ ທອງສີອີນທິປັນຍາ ເຈົ້າເມືອງວຽງທອງ ແລະ ທ່ານເລື່ອນວິໄລ ຈັນທະລາພັນ ຫົວໜ້າພະແນກແຜ່ນການ ແລະ ການລົງທິນແຂວງ.


ທ່ານ ບົວໄຂ ວົງສົມພູ ຮອງຫົວໜ້າສູນສະຖີຕິ ແຂວງ ໄດ້ຜ່ານບົດລາຍງານບັ້ນຝືກອົບຮົມ ວ່າ: ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ ວັນທີ 26 ຕຸລາ 2020 ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 52 ທ່ານ ໃນນັ້ນ ມີ ນັກກວດກາ 12 ທ່ານ ແລະ ນັກເດີນສໍາຫຼວດ 24 ທ່ານ, ຕະຫລອດໄລຍະການຝືກອົບຮົມ 10 ວັນ ຜ່ານມາ ນັກສໍາມະນາກອນ ໄດ້ຮຽນຮູ້ພາກທິດສະດີໃນການສໍາຫຼວດ, ຂອບເຂດ ແລະ ເປົ້າໝາຍການສໍາຫຼວດ, ຜົນປະໂຫຍດທີ່ຈະໄດ້ຮັບ, ພາລະບົດພາດ ແລະ ໜ້າທີ່ຂອງນັກກວດກາ ແລະ ນັກເດີນສໍາຫຼວດ, ບັນດານິຍາມ ແລະ ວິທີການຈົດກ່າຍເຂົ້າແບບສອບຖາມທັງໝົດ 12 ພາກ ແລະ ວີທີການນໍາໃຊ້ CAPI ເພື່ອເກັບກໍາຂໍ້ມູນ, ບັນທຶກ ແລະ ການສົ່ງຂໍ້ມູນ ແລ້ວລົງທົດລອງພາກສະໝາມຕົວຈິງຢູ່ 2 ບ້ານ, ຜ່ານການຝືກອົບຮົມ ສາມາດຕີລາຄາຜົນໄດ້ຮັບທາງດ້ານເນື້ອໃນທິດສະດີ ແລະ ພາກສະໝາມ ໄດ້ 96%.

About admin11