ປິດບັ້ນດໍາເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂົງເຂດ ປກສ

ຕອນເຊົ້າວັນທີ 15 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເບີ 1 ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປິດບັ້ນດໍາເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2021 ໂດຍການເປັນປະທານຂອງ ສະຫາຍ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີຄະນະພັກ, ຄະນະກອງບັນຊາການ, ເລຂາຄະນະໜ່ວຍພັກອອ້ມຂ້າງເຂົ້າຮ່ວມ.

ສະຫາຍ ພັນໂທ ຄໍາເເພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບ ບັ້ນດໍາເນິີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2021 ໂດຍອິງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ທົ່ວຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ມີ 34 ໜ່ວຍພັກທີ່ຂຶ້ນກັບ 07 ຄະນະພັກຮາກຖານ ແລະ ມີ 03 ໜ່ວຍພັກຮາກຖານ ລວມມີ 37 ໜ່ວຍພັກ ບັນດາໜ່ວຍພັກ ໄດ້ເປີດກອງປະຊຸມດໍາເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2021 ຂຶ້ນຢູ່ພາຍໃນໜ່ວຍຂອງຕົນ.

ພາຍຫຼັງເຊື່ອມຊືມເອກະສານ, ຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ກໍ່ໄດ້ພ້ອມກັນຂຽນບົດສໍາຫຼວດ, ຮ່ວມຊີວິດຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອໝູ່ຄະນະ ເພື່ອພ້ອມກັນຕີລາຄາຄຸນນະພາບ, ຈັດປະເພດຕົນເອງ ແລະ ໜ່ວຍພັກ, ໃນນັ້ນ ຈັດປະເພດສະມາຊິກພັກແຂງ 660 ສະຫາຍ, ຍິງ 135 ສະຫາຍ, ປະເພດກາງ 15 ສະຫາຍ, ຍິງ 05 ສະຫາຍ, ປະເພດອ່ອນ 02 ສະຫາຍ, ບໍ່ໄດ້ຈັດປະເພດ 05 ສະຫາຍ ( ສະມາຊິກພັກຍົກຍ້າຍມາໃໝ່ 02 ສະຫາຍ, ຍິງ 01 ສະຫາຍ, ລາພັກປິ່ນປົວຍາວນານ 02 ສະຫາຍ ).

ໂອກາດດຽວກັນ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຈັດພິທີກະກາດຍ້ອງຍໍເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດຈໍານວນ 35 ສະຫາຍ ຍິງ 02 ສະຫາຍ, ໃນນັ້ນ ເລື່ອນຊັ້ນ ພັນຕີຂື້ນພັນໂທ 13 ສະຫາຍ ຍິງ, 02 ສະຫາຍ, ຮ້ອຍເອກຂື້ນພັນຕີ 03 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 19 ສະຫາຍ.

About admins16