ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XIV

ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XIV ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ກຸມພາ 2021 ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄູອາຈານ, ຄະນະຮັບຊອບ, ນັກຮຽນທິດສະດີຊັ້ນກາງ ຮຸ່ນທີ 14 ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ການຮຽນ-ການສອນ ລະບົບຊັ້ນກາງ ຮຸ່ນທີ XIV ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 1 ຕຸລາ 2019 ມີນັກສຶກສາ 60 ທ່ານ ຍິງ 12 ທ່ານ, ໄດ້ສໍາເລັດການຮຽນ-ການສອນ ຕາມຫຼັກສູດ ຈຳນວນ 28 ວິຊາ 1 ບົດປ້ອງກັນ ມີຈຳນວນທັງໝົດ 1.282 ຊົ່ວໂມງ ເທົ່າກັບ 80 ໜ່ວຍກິດ, ສາມາດປະຕິບັດໄດ້ຊົ່ວໂມງບັນຍາຍມີ 662 ຊົ່ວໂມງ, ສອບເສັງ 171 ຊົ່ວໂມງ, ສຳມະນາຫ້ອງ, ແກ້ຂໍ້ຂ້ອງໃຈຕິດພັນການໃຫ້ຄະແນນສ່ວນຮ່ວມໄດ້ 146 ຊົ່ວໂມງ, ຂຽນບົດລາຍງານໄດ້ 22 ຊົ່ວໂມງ, ໄປທັດສະນະສຶກສາ 14 ຊົ່ວໂມງ, ເກັບກຳຂໍ້ມູນ ແລະ ຂຽນບົດ 160 ຊົ່ວໂມງ ລວມປະຕິບັດໄດ້ທັງໝົດ 1.255 ຊົ່ວໂມງ ເທົ່າກັບ 88,96%. ໃນນັ້ນ ເຊີນການນຳແຂວງ, ພະແນກການ ມາຊ່ວຍຂຶ້ນຫ້ອງສິດສອນ ແລະ ຊ່ວຍເປັນກຳມະການສອບເສັງ 6 ວິຊາຫຼັກ, ປ້ອງກັນໂຄງຮ່າງ 21 ທ່ານ ຍິງ 2 ທ່ານ ມີ 150 ຊົ່ວໂມງ, ອາຈານພາຍໃນ 15 ທ່ານ ຍິງ 6 ທ່ານ 512 ຊົ່ວໂມງ.

ຄະແນນ 28 ວິຊາ ເກຼດ A ມີ 746 ເທື່ອຄະແນນ ກວມ 44,4%, ເກຼດ B ບວກ ມີ 810 ເທື່ອຄະແນນ ກວມເອົາ 48,2%, ເກຼດ B ມີ 124 ເທື່ອຄະແນນ ກວມເອົາ 7,38%.

ນອກນັ້ນ ຍັງໄດ້ເຄື່ອນໄຫວນອກຫຼັກສູດ ເປັນຕົ້ນເປັນເຈົ້າການປ້ອງກັນເວນຍາມໃນຂອບເຂດຄວາມຮັບຜິດຊອບຮັບປະກັນຄວາມປອດໄພ 100% ແລະ ສ້າງຂະບວນການຕ່າງໆ, ປະກອບສ່ວນພັດທະນາໂຮງຮຽນ ເຊັ່ນ: ປູກ ແລະ ບົວລະບັດຕົ້ນໄມ້ອຸດສາຫະກຳຢູ່ໂຮງຮຽນຫຼັງໃໝ່, ສ້າງເດີ່ນຈອດລົດ, ສ້ອມແປງເຮືອນຄົວ ແລະ ອື່ນໆ ລວມມູນຄ່າ 19.800.000 ກີບ ແລະ ປະກອບສ່ວນຊ່ວຍເຫຼືອ ສປ ຈີນ ໃນຊ່ວງການລະບາດຂອງພະຍາດໂຄວິດ 19, ຊ່ວຍເຫຼືອບັນດາແຂວງພາກໃຕ້ທີ່ຖືກໄພນ້ຳຖ້ວມ, ສ້ອມແປງທາງເຂົ້າໂຮງຮຽນ, ຊຸກຍູ້ກອງປະຊຸມໃຫຍ່ໂຮງຮຽນ ລວມມູນຄ່າ 15.363.000 ກີບ.

ຕອນທ້າຍຂອງພິທີ ຍັງໄດ້ມອບໃບຍ້ອງຍໍຂອງໂຮງຮຽນການເມືອ-ການປົກຄອງ ໃຫ້ແກ່ຄູ-ອາຈານທີ່ສອນດີ-ສອນເກັ່ງ ແລະ ນັກສຶກສາ ທີ່ຮຽນດີ-ຮຽນເກັ່ງຮອບດ້ານ ເປັນກຽດມອບໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ແລະ ທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ.

About admins16