ປິດຊຸດຝຶກອົບຮົມ ປັບປຸງ ແລະ ພັດທະນາລວດລາຍ-ສີສັນແຜ່ນແພຫັດຖະກຳຕ່ຳຫູກບ້ານປາກຊູນ

ໃນຕອນບ່າຍວັນທີ 2 ກໍລະກົດ 2021 ຢູ່ທີ່ສະໂມສອນບ້ານປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດຊຸດຝຶກອົບຮົມປັບປຸງ ແລະ ພັດທະນາລວດລາຍ ສີສັນແຜ່ນແພຫັດຖະກຳຕ່ຳຫູກ ໃຫ້ກັບກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກບ້ານປາກຊຸນ. ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ, ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີການຈັດຕັ້ງບ້ານ, ວິທະຍາກອນ ແລະ ນັກສຳມະກອນ ເຂົ້າຮ່ວມ.

ທ່ານ ກອງແກ້ວ ຫຼວງລາດບັນດິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງປາກກະດິງ ໄດ້ລາຍງານວ່າ: ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 5 ວັນ (28 ມິຖຸນາ ຫາ 2 ກໍລະກົດ 2021), ມີວິທະຍາກອນ 2 ທ່ານ ມາຈາກເມືອງໄຊຈຳພອນ ແລະ ນັກສຳມະນາກອນ ເປັນກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກບ້ານປາກຊຸນເຂົ້າຮ່ວມ 35 ຄົນ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນໄດ້ລົງເລິກພາກປະຕິບັດຕົວຈິງຫຼາຍກ່ວາຮ່ຳຮຽນທິດສະດີ ໂດຍສະເພາະແມ່ນ: ການມັດມີ່, ການແຈະມີ່, ການເຂັນເຄືອຫູກ, ການສືບຫູກ, ການເກັບຂີດ, ການຖັກເຂົາ ແລະ ການຍ້ອມສີ-ຟອກໄໝແບບທຳມະຊາດ.

ຜ່ານການຮຽນການສອນເປັນເວລາ 5 ວັນ ເຫັນວ່ານັກສຳມະນາກອນສາມາດຮຽນຮູ້ໄດ້ຈາກວິທະຍາກອນໄດ້ດີພໍສົມຄວນ ຍ້ອນນັກສຳມະນາກອນມີພື້ນຖານມາກ່ອນແລ້ວ.

ໃນພິທີ ຈຶ່ງໄດ້ອອກໜັງສືຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ສາມາດເປັນຄູຝຶກໄດ້ 5 ທ່ານ, ນັກສຳມະນາກອນທີ່ສາມາດເຮັດໄດ້ດ້ວຍຕົນເອງ 16 ທ່ານ.

ບັ້ນຝຶກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບບົດຮຽນເຕັກນິກໃໝ່ ເຂົ້າໃນຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກບ້ານປາກຊຸນ ໂດຍສະເພາະແມ່ນພັດທະນາລວດລາຍ ແລະ ສີສັນແຜ່ນແພ ລວມທັງຄຸນນະພາບໃຫ້ມີຄວາມໂດດເດັ່ນ ສາມາດຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ.

About admin11