ປິດຊຸດຝຶກອົບຮົມທິດສະດີການເມືອງ – ການປົກຄອງລະບົບ 10 ວັນ ຊຸດທີ XX ຂອງແຂວງບໍລິຄຳໄຊ

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ – ການປົກຄອງ ລະບົບ 10 ວັນໃຫ້ແກ່ເລຂາພັກບາ້ນ, ຄະນະໜ່ວຍພັກບ້ານ ຊຸດທີ XX ຂອງແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 17 ກັນຍາ 2022 ຢູ່ໂຮງຮຽນທິດສະດີການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຮັບຜິດຊອບ, ຄູ – ອາຈານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນການຮຽນ – ການສອນນັບຕັ້ງແຕ່ວັນທີ 8 ກັນຍາ 2022 ຫາ ວັນທີ 17 ກັນຍາ 2022 ຊຶ່ງມີ 7 ຫົວຂໍ້ ແລະ ມີ 9 ຫົວຂໍ້ວິທະຍາສາດຂອງແຂວງບໍລິຄໍາໄຊ, ນອກນັ້ນ ຍັງມີວາລະແຫ່ງຊາດ 02 ຫົວຂໍ້ ທີ່ໄດ້ສັບຊ້ອນຫົວຂໍ້ຕ່າງໆ ເຂົ້າໃນຊຸດຝຶກອົບຮົມ, ການຮຽນ – ການສອນ ໃນ 3 ກຸ່ມວິຊາ, ມີ 18 ບົດ, ໃນນີ້ ມີຊົ່ວໂມງບັນຍາຍໃນຫົວຂໍ້ຕ່າງໆ 6 ຊົ່ວໂມງ, ສົນທະນາແລກປ່ຽນກັບນັກສາມະນາກອນ ມີ 36 ຊົ່ວໂມງ, ໄປທັດສະນະ 3 ຊົ່ວໂມງ ລວມທັງໝົດ 75 ຊົ່ວໂມງ, ໃນນັ້ນ ໄດ້ນຳພານັກສຳມະນາກອນໄປຢ້ຽມຊົມການປູກຜັກອິນຊີເຮືອນຮົ່ມ ຢູ່ບ້ານຫາງຊີງສະຫວ່າງ ເມືອງປາກຊັນ ແລະ ຢ້ຽມຊົມອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ມີນັກສຳມະນາກອນທັງໝົດ ຈຳນວນ 24 ສະຫາຍ, ຍິງ 5 ສະຫາຍ.

ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນທຸກຄົນ ມີຄວາມຮັບຮູ້ອັນໃໝ່ ຕໍ່ບັນດາຫຼັກມູນພື້ນຖານທິດສະດີມາກ – ເລນິນ ແລະ ບັນດາຫົວຂໍ້ຕ່າງໆ ທີ່ໄດ້ຈັດສັນເຂົ້າໃນຊຸດອົບຮົມ, ພ້ອມນັ້ນ ກໍເປັນການເຊື່ອມຊືມກຳແນ້ມເນື້ອໃນມະຕິກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິບັດລາວ, ໂດຍສະເພາະແມ່ນ 9 ຫົວຂໍ້ວິທະຍາສາດຂອງແຂວງ ໄດ້ລະດັບດີຫຼາຍ 77%, ລະດັບດີ 22%, ສະດັບກາງ 1%, ວາລະແຫ່ງຊາດ 75%, ລະດັບດີ 25%, ນັກສຳມະນາກອນຍັງສາມາດເຂົ້າໃຈຕໍ່ເນື້ອໃນແຕ່ລະຫົວຂໍ້ຢູ່ລະດັບດີຫຼາຍ 83%, ລະດັບດີ 13%, ລະດັບກາງ 4%.

About admins14