ປິດຊຸດຝຶກອົບຮົມການເມືອງ – ການທະຫານ ໃຫ້ກໍາລັງກອງຫຼອນບ້ານຫ້ວຍຫອຍ

    ໃນວັນທີ 23 ພຶດສະພາ 2022 ຢູ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ກອງບັນຊາການທະຫານເມືອງວຽງທອງ ໄດ້ຈັດພິທີປິດຊຸດຝຶກອົບຮົມການເມືອງ – ການທະຫານໃຫ້ກໍາລັງກອງຫຼອນບ້ານຫ້ວຍຫອຍ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ – ພະນັກງານຂັ້ນເມືອງ ຮອງປະທານກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີຫົວໜ້າ, ຄະນະກອງບັນຊາການທະຫານເມືອງ, ຄະນະຮັບຜິດຊອບ, ກໍາລັງກອງຫຼອນບ້ານ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

     ພິທີ ທ່ານ ພັທ ສົມດີ ນູລໍວ່າງ ຫົວໜ້າພະແນກເສນາ, ຄະນະຊີ້ນໍາພາກສະໜາມຫັດແອບ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຝຶກອົບຮົມການເມືອງ-ການທະຫານໄລຍະຜ່ານມາ.

ບ້ານຫ້ວຍຫອຍ ມີກໍາລັງກອງຫຼອນ 1 ໝວດ, ມີ 2 ໝູ່, ມີຈໍານວນພົນທັງໝົດ 25 ສະຫາຍ, ຍິງ 4 ສະຫາຍ, ໄດ້ປະກອບອາວຸດ – ລູກກະສູນຄົບຊຸດ, ຜ່ານການຝຶກອົບຮົມຕົວຈິງ ກໍາລັງກອງຫຼອນບ້ານ ໄດ້ພ້ອມກັນຮຽນຮູ້ກ່ຽວກັບເອກະສານ ຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ມຸນເຊື້ອຂອງກອງທັບປະຊາຊົນລາວ, ທີ່ຕັ້ງ, ພາລະບົດບາດຂອງກອງຫຼອນ, ຮຽນຄຸນຄ່າສະມັດຕະພາບ, ການປະກອບສ້າງ ແລະ ປົກປັກຮັກສາອາວຸດປືນ AK, CKC, ຮຽນເລັ່ງປືນ, ຍິງບົດເປີດສາກປືນ AK, ຮຽນ 7 ຈັງຫວະພື້ນຖານຂອງບຸກຄົນ, ຮຽນ ຈຸ, ໝູ່, ໝວດ ປ້ອງກັນເວນຍາມບ້ານ,​ ການເຄື່ອນໄຫວຊອກຄົ້ນຕີສັດຕູ ແລະ ຝຶກຍີງລູກປືນແທ້, ສາມາດຕີລາຄາຄວາມເຂົ້າໃຈຂອງກໍາລັງກອງຫຼອນຕໍ່ບົດຮຽນ ໄດ້ 71,21 %.

 

About admin11