ປິດການຝຶກອົບຮົມ ວຽກງານການອະນຸລັກຊັບພະຍາກອນທຳມະຊາດ ເພື່ອການນຳໃຊ້ແບບຍືນຍົງ


ໃນຕອນເຊົ້າຂອງວັນທີ 20 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ປິດການຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ທີມງານໂຄສະນາເຜີຍແຜ່ການປູກຈິດສຳນຶກຂັ້ນເມືອງ ໃນວຽກງານການອະນຸລັກຊັບພະຍາກອນທຳມະຊາດ ເພື່ອການນຳໃຊ້ແບບຍືນຍົງ ພາຍໃຕ້ການເປັນປະທານຂອງທ່ານ ຄຸດສະຫວາດ ພົນສີລາ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.


ທ່ານ ຄຸດສະຫວາດ ພົນສີລາ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນພິທີວ່າ: ການຝຶກອົບຮົມໃນຄັ້ງນີ້ ເຮັດໃຫ້ນັກສຳມະນາກອນຮູ້ ແລະ ເຂົ້າໃຈ ກ່ຽວກັບການອະນຸລັກຊັບພະຍາກອນທຳມະຊາດ ບໍ່ວ່າຈະເປັນຊັບພະຍາກອນປ່າໄມ້, ສັດນ້ຳ-ສັດປ່າ ແລະ ຊີວະນາໆພັນ ທີ່ມີຢູ່ໃນເຂດອຸທິຍານແຫ່ງຊາດນາກາຍ-ນ້ຳເທີນ, ຮູ້ໄດ້ເຖິງການຊົມໃຊ້ປ່າໄມ້ ໃຫ້ມີປະໂຫຍດສູງສຸດ, ການປະເມີນຄວາມຮູ້ຄວາມສາມາດຂອງນັກສຳມະນາກອນ ກ່ອນ ແລະ ຫຼັງຝຶກອົບຮົມ ເຫັນໄດ້ວ່າ ນັກສຳມະນາກອນເຂົ້າໃຈ ຫົວຂໍ້ທີ່ນຳມາຝຶກ ແລະ ກິດຈະກຳຕ່າງໆໄດ້ຫຼາຍກວ່າ 85%.

ໃນວັນດຽວກັນນີ້ ຄູຝຶກພ້ອມດ້ວຍນັກສຳມະນາກອນ ຍັງໄດ້ອອກໄປເຮັດກິດຈະກຳຢູ່ໂຮງຮຽນປະຖົມສົມບູນໂພນເມືອງນ້ອຍ ເພື່ອປູກຈິດສຳນຶກ ໃຫ້ແກ່ນ້ອງນ້ອຍນັກຮຽນໃຫ້ເຂົ້າໃຈກ່ຽວກັບການອະນຸລັກຊັບພະພຍາກອນປ່າໄມ້ ແລະການນຳໃຊ້ປ່າໄມ້ແບບຍືນຍົງ.

About admin11