ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 66 ປີ

ໃນວັນທີ 22 ກຸມພາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ມີຄະນະໜ່ວຍກຳມະບານ, ຕະຫຼອດຮອດສະມາຊິກກຳມະບານແຕ່ລະໜ່ວຍເຂົ້າຮ່ວມ.

ໃນພິທີ ໄດ້ເລົ່າປະຫວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ( 1 ກຸມພາ 1956 – 1 ກຸມພາ 2022 ), ຜົນງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກໍາມະບານແຂວງ ໂດຍຕິດພັນກັບການຜັນຂະຫຍາຍກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ກອງປະຊຸມຜູ້ແທນກຳມະບານທົ່ວປະເທດຄັ້ງທີ VIII.

ຕະຫລອດໄລຍະ 66 ປີ ອົງການຈັດຕັ້ງກຳມະບານລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປະຕິວັດ, ເສີມຂະຫຍາຍທາດແທ້ ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ມີຄວາມສາມັກຄີປອງດອງ.

ຕອນທ້າຍພິທີ ໄດ້ມອບໃບຢັ້ງຢືນໃຫ້ໜ່ວຍສະຫະພັນກໍາມະບານ 5 ເປັນເຈົ້າ 17 ໜ່ວຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ປະຈຳປີ 2021.

 

 

About admin11