ປາຖະກະຖາມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ 20 ປີໄຕ້ຮົ່ມທຸງຂອງພັກ

ໃນຕອນເຊົ້າວັນທີ 2 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ໄຕ້ຮົ່ມທຸງຂອງພັກ ( 09 ກັນຍາ 2002 – 09 ກັນຍາ 2022). ເປັນກຽດເຂົ້າຮ່ວມຂອງທ່ານ ພັອ ອຸ່ນເຮືອນ ສີຈັນເດືອນ ຮອງປະທານກວດກາ ສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ, ທ່ານ ຄຳພັນ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ຮອ ຂັນຕີ ພັນທະວົງ ປະທານສະຫະພັນນັກຮົບເກົ່າ ເມືອງ, ມີຫົວຫນ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍສະມາຊິກສະຫະພັນນັກຮົບເກົ່າ 4 ເຂດ ພາຍໃນເມືອງ ເຂົ້າຮ່ວມ.

ທ່ານ ພັອ ອຸ່ນເຮືອນ ສີຈັນເດືອນ ກ່າວວ່າ: ນັບແຕ່ປີ 2002 ກົມການເມືອງສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 68/ກມສພ, ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ພາຍໄຕ້ການນຳພາ – ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ, ເຄື່ອນໄຫວພາຍໄຕ້ລັດຖະທຳມະນູນ ແລະ ກົດໝາຍແຫ່ງ ສປປ ລາວ, ມີລະບົບສາຍໄຍການຈັດຕັ້ງປະກອບດ້ວຍ 4 ຂັ້ນ ຄື: ຂັ້ນສູນກາງ, ຂັ້ນແຂວງ – ກຳແພງນະຄອນ – ເຂດພິເສດ, ຂັ້ນເມືອງ ແລະ ຂັ້ນຮາກຖານ(ບ້ານ).

ສະຫະພັນນັກຮົບເກົ່າ ໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ຂົນຂວາຍສຶກສາອົບຮົມນັກຮົບ ຮັກສາທາດແທ້ມູນເຊື້ອອັນດີງາມຂອງການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຕິດພັນກັບວຽກງານ 3 ສ້າງ, ພ້ອມກັນສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄປຄຽງຄູ່ກັບການປະຕິບັດ 7 ແຜນງານ, 31 ໂຄງການ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວວາງອອກໃນແຕ່ລະໄລຍະ ໄດ້ຮັບຜົນດີຕະຫຼອດມາ.

About admins16