ປາກຊັນ ຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ

ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2021 ຢູ່ສະໂມສອນເມືອງປາກຊັນ ເປັນກຽດປາຖະກະຖາຫວນຄືນມູນເຊື້ອໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ, ຊາວໜຸ່ມຮາກຖານ, ໜ່ວຍຮາກຖານ, ຊາວໜຸ່ມນັກຮຽນ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນພິທີ ປະທານໄດ້ເລົ່າເຫດການ ແລະ ຍົກໃຫ້ເຫັນຜົນງານ ອັນອົງອາດກ້າຫານຂອງຊາວໜຸ່ມລາວ ໃນສະໄໝຕໍ່ສູ້ ພາຍໃຕ້ການນຳພາຂອງບັນພະບູລຸດແຕ່ລະຮຸ່ນມາສະເໜີ ຄື: ຊາວໜຸ່ມໄລຍະທີ່ເຈົ້າຟ້າງຸ່ມທ້ອນໂຮມ ອານາຈັກລາວລ້ານຊ້າງ, ຂະບວນຕໍ່ສູ້ນຳພາໂດຍອົງແກ້ວ, ອົງກົມມະດໍາ, ພໍ່ກະດວດ ແລະ ອື່ນໆ ຕໍ່ສູ້ກັບຈັກກະພັດຕ່າງດ້າວ ແຕ່ເປັນການຕໍ່ສູ້ພໍໃຜພໍລາວ ບໍ່ມີພັກນຳພາ ຈຶ່ງເຮັດໃຫ້ຂະບວນດັ່ງກ່າວປະລາໄຊລົງ.

ພາຍຫຼັງທີ່ພັກປະຊາຊົນລາວຖືກສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955, ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ພັກໄດ້ສ້າງຕັ້ງຊາວໜຸ່ມຕະລຸມບອນຂຶ້ນໃນວັນທີ 14 ເມສາ 1955, ເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ໃຫ້ມີບົດບາດປະຈັນບານໃນທຸກສະໜາມຮົບ ດ້ວຍມານະຈິດທີ່ວ່າ ຍອມຕາຍດີກ່ວາຍອມເສຍເອກະລາດ, ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ.

ຕົກມາໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງການຈັດຕັ້ງຊາວໜຸ່ມໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕົ້າໂຮມເອົາຄວາມສາມັກຄີຊາວໜຸ່ມລາວແຕ່ເໜືອຮອດໃຕ້ ເຂົ້າມາຢູ່ໃຕ້ຮົ່ມທຸງອັນດຽວກັນ ພາຍໃຕ້ການຂອງພັກປະຊາຊົນປະຕິວັດລາວຢ່າງສົມກຽດ.

ຫຼັງຈາກນັ້ນ ກໍ່ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI ໂດຍປະທານ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ.

About admins14