ປາກກະດິງ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝທີ VI ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ມີເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນພິທີປະທານ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ, ກອງປະຊຸມໄດ້ຮັບຮອງເອົາບຸກຄະລາກອນ ຈໍານວນ 63 ສະຫາຍ, ຍິງ 7 ສະຫາຍ ແລະ ເປັນກຽດ ຮັບຟັງການໂອ້ລົມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມແຕ່ສູນກາງຮອດທ້ອງຖິ່ນ ຈົ່ງປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການເຕົ້າ ໂຮມຄວາມສາມັກຄີ, ແຂ່ງຂັນກັນສ້າງຂະບວນການໃຫ້ຟົດຟື້ນຕໍ່ເນື່ອງ.

ຫຼັງຈາກນັ້ນໄດ້ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI ເຊິ່ງໄດ້ກໍານົດເອົາ 6 ໜ້າວຽກທີ່ສໍາຄັນນໍາ ໄປຈັດຕັ້ງຜັນຂະຫຍາຍ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ພ້ອມທັງເນັ້ນໜັກໃຫ້ຄະນະຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານ ຈົ່ງນໍາເອົາເນື້ອໃນຈິດໃຈກອງປະຊຸມ ຄັ້ງນີ້ໄປເຊື່ອມຊຶມໃຫ້ສະມາຊິກຂອງຕົນໄດ້ຮັບຮູ້ຢ່າງທົ່ວເຖິງ.

About admins14