ປາກກະດິງ ເຜີຍແຜ່ນິຕິກຳ ວຽກງານຄຸ້ມຄອງພົນລະເມືອງ

ໃນຕອນເຊົ້າວັນທີ 21 ທັນວາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງເຜີຍແຜ່ນິຕິກຳ ວຽກງານຄຸ້ມຄອງພົນລະເມືອງ ໃຫ້ແກ່ພະນັກງານຂະແໜງພາຍໃນ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ. ເປັນກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຄຳມະນີ ຫົວຫນ້າພະແນກພາຍໃນແຂວງ, ທ່ານ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງປາກກະດິງ, ມີພະນັກງານຫ້ອງການພາຍໃນ, ຫົວຫນ້າ-ຮອງຫົວໜ້າຫ້ອງການ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພັດປ່ຽນກັນເຜີຍແຜ່ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງພົນລະເມືອງ ໂດຍສະເພາະແມ່ນ: ກົດໝາຍວ່າດ້ວຍທະບຽນຄອບຄົວ(ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 14 ມິຖຸນາ 2018, ດຳລັດຂອງລັດຖະບານ ເລກທີ 184/ລບ ລົງວັນທີ 10 ມີນາ 2021 ວ່າດ້ວຍການແຕ່ງດອງ ລະຫວ່າງ ພົນລະເມືອງລາວກັບຄົນຕ່າງປະເທດ,​ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ພ້ອມທັງເຜີຍແຜ່ຄຳແນະນຳຂອງກະຊວງພາຍໃນ ເລກທີ 03/ພນ ລົງວັນທີ 30 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທະບຽນຄອບຄົວ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການພາຍໃນ.

ຈຸດປະສົງ ເພື່ອຍົກໃຫ້ເຫັນເນື້ອໃນບາງມາດຕາຂອງກົດໝາຍ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານທະບຽນຄອບຄົວ ເພື່ອໃຫ້ມີຄວາມຊັດເຈນ, ຖືກຕ້ອງພ້ອມທັງສະໜອງຂໍ້ມູນທີ່ເປັນລະບົບ, ຮອບດ້ານ ແລະ ຄົບຖ້ວນ ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງລາວ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍຍົກເອົາບັນຫາທີ່ພົບເຫັນໃນວຽກງານຄຸ້ມຄອງພົນລະເມືອງໄລຍະຜ່ານມາ ເປັນຕົ້ນແມ່ນ ພົນລະເມືອງທີ່ສ້າງຄອບຄົວກັບຄົນຕ່າງປະເທດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ການຂື້ນທະບຽນຄຸ້ມຄອງເດັກນັ້ນບໍ່ມີຄວາມຊັດເຈນ.

 

About admin11