ປາກກະດິງ ເຜີຍແຜ່ການຂື້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ

 

ກອງປະຊຸມ ເຜີຍແຜ່ຂໍ້ແນະນຳການຂື້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຢູ່ຂັ້ນເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນເປັນຄັ້ງທຳອິດ ໃນວັນທີ 1 ມີນາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານເສດຖະກິດ, ມີກົມປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ຄະນະບ້ານ 47 ບ້ານທົ່ວເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ເຜີຍແຜ່, ແນະນຳ ແບບຟອມ, ວິທີການ ແລະ ຂັ້ນຕອນ ການຂື້ນທະບຽນປ່າປູກ ແລະຢັ້ງຢືນໄມ້ປູກ ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ແນໃສ່ເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ແລະ ປະຕິບັດນະໂຍບາຍຕໍ່ຜູ້ປູກໄມ້ເປັນສິນຄ້າ ໃຫ້ຖືກຕ້ອງຕາມລະບຽບກົດຫມາຍ.

ພ້ອມດຽວກັນນີ້ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ຊັກຖາມຂໍ້ຂ້ອງໃຈບາງບັນຫາທີ່ຍັງບໍ່ໄດ້ປະຕິບັດໃນປະຈຸບັນ ເພື່ອຄວາມເຂົ້າໃຈເລິກເຊິ່ງ ແລະ ນຳເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຕາມຄາດໝາຍ.

 

About admin11