ປາກກະດິງ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ການຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ( 13 ສິງຫາ 1950 – 13  ສິງຫາ 2020) ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 11 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ, ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາວັນສຳຄັນດັ່ງກ່າວໂດຍທ່ານ ໂຄສາຈານ ແສນທະວີໄຊ ຮອງເຈົ້າເມືອງ ມີພະນັກງານພາຍໃນເມືອງ ເຂົ້າຮ່ວມ

      ອົງການແນວລາວສ້າງຊາດໄດ້ມີຕົ້ນກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ທ່າມກາງຂະບວນການຕໍ່ສູ້ກູ້ຊາດ ຈາກແອກປົກຄອງຂອງພວກຈັກກະພັດຕ່າງດ້າວ ເຂົ້າມາຮຸກຮານ ແລະ ຢຶດຄອງເອົາລາວເປັນຫົວເມືອງຂື້ນ, ຍ້ອນປະຊາຊົນລາວບັນດາເຜົ່າບໍ່ຍອມຈຳນົນ, ບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກເຂົາ ຈຶ່ງໄດ້ລຸກຂື້ນຕໍ່ສູ້ຢ່າງອົງອາດກ້າຫານ.

ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ ໃຫ້ກາຍເປັນກຳລັງແຮງອັນມະຫາສານເຂົ້າໃນຂະບວນການຕໍ່ສູ້ປະຕິວັດນັ້ນ ອົງການແນວລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 13 ສິງຫາ 1950 ເຊິ່ງເອີ້ນຊື່ຕອນນັ້ນວ່າ ແນວລາວອິນສະຫຼະ, ຕໍ່ມາ ໄດ້ປ່ຽນເປັນແນວລາວຮັກຊາດ ແລະ ໃນກອງປະຊຸມໃຫຍ່ຄັ້ງທີ 4 ໄດ້ປ່ຽນຊື່ເປັນແນວລາວສ້າງຊາດ ຈົນຮອດປະຈຸບັນ.

ໂດຍພາຍໃຕ້ການຊີ້ນຳ – ນຳພາ ຂອງພັກປະຊາຊົນປະຕິວັດລາວ ອົງການແນວລາວສ້າງຊາດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າຢ່າງກ້ວາງຂວາງ ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາພື້ນຖານທາງດ້ານເສດຖະກິດ – ສັງຄົມ ນັບມື້ ນັບມີຄວາມຈະເລີນສີວິໄລ.

ໃນພິທີ ໄດ້ມອບຫລຽນກາລະນຶກ ຂອງອົງການແນວລາວສ້າງຊາດ 70 ປີ ໃຫ້ແກ່ບຸກຄົນ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານແນວລາວ ໄລຍະຜ່ານມາ ຢ່າງສົມກຽດ

About admin11