ປາກກະດິງ ທຳລາຍສິນຄ້າເຊື່ອມຄຸນ ແລະ ຢາຕ້ອງຫ້າມ

ໃນວັນທີ 23 ສິງຫາ 2022 ຢູ່ຫ້ອງການສາທາລະນະສຸກເມືອງປາກກະດິງ ໄດ້ມີພິທີທຳລາຍ ສິນຄ້າເຊື່ອມຄຸນ ແລະ ຢາຕ້ອງຫ້າມ ຈຳນວນ 47 ລາຍການ ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ທອງແດງ ຍັນວິໄລ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງປາກກະດິງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງເຂົ້າຮ່ວມ.

ໃນພິທີຕາງໜ້າຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ໄດ້ລາຍງານວ່າ: ສິນຄ້າເຊື່ອມຄຸນ ແລະ ຢາຕ້ອງຫ້າມ ທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງຕິດຕາມກວດກາບັນດາຮ້ານຂາຍເຄື່ອງສົ່ງ ແລະ ຂາຍຍ່ອຍ ຂອງຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດິງ ໃນລະຫວ່າງ ຕົ້ນເດືືອນກໍລະກົດ ຜ່ານມາ. ໄດ້ກວດທັງໝົດ 165 ຮ້ານ. ກວດພົບເຄື່ອງບໍລິໂພກເຊື່ອມຄຸນ, ໝົດອາຍຸ ຢູ່ 63 ຮ້ານ, ຈຳນວນ 20 ລາຍການ; ມີປະເພດເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ ແລະ ເຄື່ອງສຳອາງ ລວມມູນຄ່າ 43.000.000 ກີບ, ກວດພົບຢາປົວພະຍາດທີ່ວາງຂາຍຕາມຮ້ານຂາຍເຄື່ອງ ບໍ່ແມ່ນຮ້ານຂາຍຢາ ຈຳນວນ 27 ລາຍການ ລວມມູນຄ່າ 6.535.000 ກີບ, ລວມມູນຄ່າທັງໝົດ 49.535.000 ກີບ. ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຈຶ່ງໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມ ພ້ອມທັງອາຍັດສີນຄ້າປະເພດດັ່ງກ່າວນັ້ນໄວ້ ແລະ ໄດ້ຈັດພິທີທຳລາຍຢ່າງເປັນທາງການ.

About admins14