ປາກກະດິງ ຖືກຮັບຮອງເປັນເມືອງສາມັກຄີປອດດອງ ທີ 3 ຂອງແຂວງບໍລິຄຳໄຊ

       

ໃນວັນທີ 20 ພະຈິກ 2020 ຢູ່ທີ່ເດີ່ນໂຮງຮຽນ ມສ ໂພນສີ ໄດ້ຈັດພິທີປະກາດຮັບຮອງເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທີ 3 ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກອ້ອມຂ້າງແຂວງ-ເມືອງ, ພະນັກງານ-ທະຫານ-ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

      ທ່ານ ຄຳພັນ ໄຊຍະລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ວ່າ: ໃນທົ່ວເມືອງ ປະກອບມີ 4 ຄະນະພັກຮາກຖານບ້ານໃຫຍ່, ມີ 47 ບ້ານ, 9.701 ຄອບຄົວ, ພົນລະເມືອງ 58.592 ຄົນ, ຍິງ 29.096 ຄົນ, ມີ 9 ຊົນເຜົ່າ ຄື: ເຜົ່າລາວ 31.726 ຄົນ, ຍິງ 15.936 ຄົນ, ກວມ 54,15%, ເຜົ່າໄຕ 16.995 ຄົນ, ຍິງ 8.694 ຄົນ, ກວມ 29,00%, ເຜົ່າກຶມມຸ 2.361 ຄົນ, ຍິງ 1.188 ຄົນ, ກວມ 4,03%, ເຜົ່າມົງມີ 4.747 ຄົນ, ຍິງ 2.022 ຄົນ ກວມເອົາ 7,95%, ເຜົ້າຜູ້ໄທ 1.933 ຄົນ, ຍິງ 908 ຄົນ ກວມເອົາ 3,30% ແລະ ເຜົ່າອື່ນໆກວມເອົາ 1,42%, ປະຊາຊົນພາຍໃນເມືອງເຊື່ອຖື 2 ສາສະຫນາ ແລະ ບັນພະບູລຸດ (ຜີ) ຄື: ສາສະຫນາພຸດມີຜູ້ເຊື່ອຖື 50.499 ຄົນ, ຍິງ 25.524 ຄົນ ກວມ 86,19%, ສາສະຫນາເຢຊູຄິດ 1.586 ຄົນ, ຍິງ 786 ຄົນ ກວມ 2,70%, ນອກນັ້ນ ແມ່ນເຊື່ອຖືບັນພະບູລຸດ 6.507 ຄົນ, ຍິງ 2.786 ຄົນ ກວມເອົາ 11,10%.

      ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະປະຈໍາແນວລາວສ້າງຊາດ ເລກທີ 033/ຄປຈ.ສນຊ ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມທິດສາມສ້າງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2017, ສ້າງໄດ້ 9.141 ຄອບຄົວ ເທົ່າກັບ 94,23%, ສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງ 47 ບ້ານ ເທົ່າກັບ 100%, ບັນດາສາສະຫນາ ແລະ ສາສະນິກະຊົນຂອງສາສະຫນາຕ່າງໆ ມີຄວາມສາມັກຄີເຄົາລົບນັບຖື ຫຼັກທໍາຄໍາສອນຂອງບັນດາສາສະຫນາ, ໄດ້ເອົາໃຈໃສ່ເຄື່ອນໄຫວຖືກຕ້ອງຕາມດໍາລັດ 315/ລບ ວ່າດ້ວຍການປົກປ້ອງ ແລະ ການເຄື່ອນໄຫວສາສະຫນາ, ສາສະນິກະຊົນ, ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ຍັງໄດ້ຜ່ານຂໍ້ຕົກລົງຂອງປະທານສູນກາງແນວລາວສ້າງຊາດ ວ່າດ້ວຍການຢັ້ງຢືນເອົາເມືອງປາກກະດິງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທີ 3 ຂອງແຂວງບໍລິຄຳໄຊ.

 

About admins16