ປາກກະດິງເຜີຍແຜ່-ເຊື່ອມຊືມ ນິຕິກຳກ່ຽວກັບການເງີນ ໃຫ້ພະນັກງານການເງີນ

ໃນວັນທີ 25 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ໄດ້ຈັດກອງປະຊຸມ ເຜີຍແຜ່-ເຊື່ອມຊືມ ນິຕິກຳກ່ຽວກັບການເງີນ ໃຫ້ພະນັກງານການເງີນເມືອງປາກກະດິງ ເປັນກຽດເຂົ້່າຮ່ວມຂອງທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງີນ ແຂວງບໍລິຄຳໄຊ, ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ມີຫົວໜ້າພ້ອມດ້ວຍຄະນະ ແລະ ພະນັກງານຫ້ອງການໆເງີນເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດວິໃນຂອງພະນັກງານ-ລັດຖະກອນ ໃນຂະແໜງການເງີນທົ່ວປະເທດ, ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງການຈັດຕັ້ງ ແລະ ການເຄື່ອນໃຫວ (ພາລະບົດບາດ), ເຜີຍແຜ່ຄຳແນະນຳກ່ຽວກັບການກຳນົດຕຳແຫນ່ງງານຂອງຂະແໜງການເງີນ ແລະ ຕິດຕາມ ພ້ອມກັນນີ້ ຍັງໄດ້ຜ່ານບົດສະຫຼຸບຕີລາຄາ ແລະ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຈຸດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງວຽກງານບາງດ້ານ ທີ່ຕ້ອງໄດ້ຮັບການຊີ້ນຳຈາກຂັ້ນເທິງ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຂະແໜງການເງີນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທຳ.

About admins14