ປັບປຸງການນໍາໃຊ້ນ້ຳຊົນລະປະທານນ້ຳກູ້ ເພື່ອການກະສິກຳ

ໃນວັນທີ 17 ກັນຍາ 2021 ຢູ່ໂຮງຮຽນປະຖົມ ບ້ານຈັດສັນບ້ານເມືອງມ່ວນ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ປັບປຸງການບໍລິການກຸ່ມນໍາໃຊ້ນໍ້າຢູ່ຊົນລະປະທານນ້ຳກູ້ ບ້ານເມືອງມ່ວນ,ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການກະສິກຳປ່າໄມ້ເມືອງ, ຕາງໜ້າບໍລິສັດຜູ້ສົ່ງເສີມການປູກຝັງເປັນສິນຄ້າ ພ້ອມດ້ວຍການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານ ຂໍ້ຕົກລົງ ເລກທີ 499/ຈມ.ວທ ຂອງເຈົ້າເມືອງ ວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານກຸ່ມນໍາໃຊ້ນ້ໍາຊົນລະປະທານຂອງໂຄງການນ້ຳກູ້ ແລະ ຮ່າງກົດລະບຽບຂອງກຸ່ມນໍາໃຊ້ນໍ້າ.

ຈຸດປະສົງ ເພື່ອປັບປູງການຄຸ້ມຄອງການນໍາໃຊ້ນໍ້າ ແລະ ພັດທະນາທີ່ດີນກະສິກໍາ ໃນເຂດຊົນລະປະທານໃຫ້ປະກົດຜົນເປັນຈີ່ງ, ການສ້າງຕັ້ງກຸ່ມນຳໃຊ້ນ້ຳ ແມ່ນການຈັດຕັ້ງຂອງຊາວກະສິກອນ ທີ່ນຳໃຊ້ນ້ຳໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການຊົນລະ ປະທານ ພ້ອມທັງເຮັດໃຫ້ຊາວກະສິກອນໄດ້ຮັບຜົນຜະລິດທີ່ດີ ແລະ ເປັນບ່ອນອີງໃນການນໍາໃຊ້ນ້ຳ ໃຫ້ພຽງພໍກັບການຜະລິດ.

ຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຕໍ່ກັບກົດລະບຽບຢ່າງມີຄວາມຮັບຜິດຊອບສູງ ແລ້ວເອກະພາບກັນນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ໂດຍບໍລິສັດ ຜູ້ສົ່ງເສີມ ຈະໄດ້ລົງຊູກຍູ້ປະຊາຊົນປູກໝາກຖົ່ວດີນ ແລະ ປູກສາລີ ແລ້ວທາງບໍລິສັດ ຈະເປັນຜູ້ຮັບຊື້.

About admin11