ປະເມີນວຽກງານກໍ່ສ້າງຮາກຖານການເມືອງພັດທະນາເຂດຈຸດສຸມໃຈກາງ 4 ບ້ານ ເມືອງບໍລິຄັນ

ໃນລະວ່າງວັນທີ 29-30 ກໍລະກົດ 2021 ທີຜ່ານມາ ຢູ່ທີສະໂມສອນບ້ານຜາເມືອງ ໄດ້ຈັດກອງປະຊຸມປະເມີນຜົນຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາເຂດຈຸດສຸມໃຈກາງຈໍານວນ 04 ບ້ານ ຄື: ບ້ານຜາເມືອງ, ບ້ານຜາໃດ, ບ້ານບໍ ແລະ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັອ ສາຍສະໝອນ ພາລາມີໄຊ ຮອງກົມໃຫ່ຍສັນຕິບານ ກະຊວງປ້ອງກັນຄວາມສະຫົງບ ທັງເປັນກອງເສນາລັດຖະບານ, ມີທ່ານ ພັອ ກົງຈັນໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີກອງເສນາຂັ້ນແຂວງ, ມີບັນດາ ປກສ ເມືອງ, ປກສ ກຸ່ມຕະຫຼອດຮອດອໍານາດການປົກຄອງບ້ານທັງ 4 ບ້ານເຂົ້າຮ່ວມ.

ການກໍ່ສ້າງຮາກຖານເຂດຈຸມສຸມໃຈກາງ 04 ບ້ານຫຼໍ່ແຫຼມ ບ້ານຜາເມືອງ, ບ້ານຜາໃດ, ບ້ານບໍ ແລະ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນໄລຍະ 02 ປີຜ່ານມາ ສາມາດແກ້ໄຂບັນດາປະກົດການຍໍ້ທໍ້ຕ່າງໆເຊັ່ນ: ບ້ານຜາເມືອງ ລວມມີ 07 ກໍລະນີ, 359 ເປົ້າໝາຍເຊັ່ນ: ດື້ດ້ານບໍ່ຟັງຄວາມການຈັດຕັ້ງ 19 ເປົ້າໝາຍ, ນັກເລງອັນຕະພານ-ລັກຊັບພົນລະເມືອງ 07 ເປົ້າໝາຍ, ຖາງປ່າຊະຊາຍຈັບຈອງດິນບໍ່ຖືກຕ້ອງ 17 ກໍລະນີ, ພົວພັນ ຢາເສບຕິດ 155 ເປົ້າໝາຍ, ຍິງ 03 ເປົ້າໝາຍ, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ 70 ຄອບຄົວ, ເຊື່ອຖືສາສະໜາ 35 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມມີ 56 ເປົ້າໝາຍ. ສາມາດ ແກ້ໄຂໄດ້ 03 ກໍລະນີ ມີ 201 ເປົ້າໝາຍ ຄິດໄລ່ເປັນເປີເຊັນ 55,9%, ເປົ້າໝາຍທີ່ຍັງຄ້າງຄາ 04 ກໍລະນີ ມີ 158 ເປົ້າໝາຍ, ຄິດໄລ່ເປັນເປີເຊັນ 44,01%. ບ້ານຜາໃດ ລວມທັງໝົດມີ 07 ກໍລະນີ, ມີ170 ເປົ້າໝາຍເຊັ່ນ: ມີ ພົວພັນຢາເສບຕິດ 37 ເປົ້າໝາຍ, ຍິງ 06 ເປົ້າໝາຍ, ນັກເລງອັນຕະພານ 14 ເປົ້າໝາຍ, ດື້ດ້ານບໍ່ຟັງຄວາມການຈັດຕັ້ງ 15 ເປົ້າໝາຍ, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ 20 ຄອບຄົວ, ເຊື່ອຖືສາສະໜາ 14 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມມີ 40 ຄອບຄົວ ແລະ ກໍລະນີຖາງປ່າຊະຊາຍຈັບຈອງທີດິນບໍ່ຖືກຕ້ອງ 30 ຄອບຄົວ, ສາມາດແກ້ໄຂໄດ້ 03 ກໍລະນີ ມີ 134 ເປົ້າໝາຍ, ຄິດໄລເປັນເປີເຊັນ 78,82%, ເປົ້າໝາຍທີ່ຍັງຄ້າງຄາ 04 ກໍລະນີມີ 26 ເປົ້າມາຍ, ຄິດໄລ່ເປັນເປີເຊັນ 21,18%.

             ບ້ານພູຄໍາ ລວມທັງໝົດມີ 08 ກໍລະນີ, ມີ304 ເປົ້າໝາຍເຊັ່ນ: ດື້ດ້ານບໍ່ຟັງຄວາມ 11 ຄອບຄົວ, ພົວພັນຢາເສບຕິດ 75 ເປົ້າໝາຍ ຍິງ 02 ເປົ້າໝາຍ, ຄອບຄົວບໍ່ມີສະຫງົບມີ 07 ຄອບຄົວ, ອາວຸດເຖື່ອນ 15 ເປົ້າໝາຍ, ຄັດແຍ່ງທີ່ດິນ 26 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມ 24 ຄອບຄົວ, ເຊື່ອຖືສາສະໜາ 131 ຄອບຄົວ, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ 07 ຄອບຄົວ. ສາມາແກ້ໄຂໄດ້ 04 ກໍລະນີ ມີ 229 ເປົ້າໝາຍ, ຄິດໄລເປັນເປີເຊັນ 75,33%, ເປົ້າໝາຍທີ່ຍັງຄ້າງຄາ 04 ກໍລະນີມີ 75 ເປົ້າໝາຍ, ຄິດໄລ່ເປັນເປີເຊັນ 24,67%. ບ້ານບໍ່ ລວມທັງໝົດມີ 05 ກໍລະນີ, ມີ 242 ເປົ້າໝາຍ ເຊັ່ນ: ດື້ດ້ານບໍ່ຟັງຄວາມການຈັດຕັ້ງ 04 ເປົ້າໝາຍ, ເຊື່ອຖືສາສະໜາ 14 ຄອບຄົວ, ຕັ້ງສະນໍາໃນເຂດຫວງຫ້າມ 143 ຄອບຄົວ, ອາວຸດເຖື່ອນ ມີ 45 ເປົ້າໝາຍ. ສາມາດແກ້ໄຂໄດ້ 01 ກໍລະນີ ມີ 66 ເປົ້າໝາຍ, ຄິດໄລເປັນເປີເຊັນ 27,27%, ເປົ້າໝາຍທີ່ຍັງຄ້າງຄາ 04 ກໍລະນີມີ 176 ເປົ້າມາຍ, ຄິດໄລ່ເປັນເປີເຊັນ 72,73%.

ໃນໄລຍະ 02 ປີຜ່ານມາສາມາດເຫັນໄດ້ວ່າອໍານາດການປົກຄອງ ແລະ ປະຊາຊົນຢູ່ໃນແຕ່ລະບ້ານເຂົ້າໃຈ ແລະ ມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບເວົ້າລວມ, ເວົ້າສະເພາະຢູ່ 04 ບ້ານຫຼໍ່ແຫຼມຂອງ ເມືອງບໍລິຄັນ ສາມາດສັງລວມເຫັນວ່າມີຫຼາຍກໍລະນີຫຼຸດໜ້ອຍຖອຍລົງເປັນກ້າວໆ

About admin11