ປະເມີນວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຈຸດສຸມໃຈກາງບ້ານນາໂທ

      ຕອນເຊົ້າຂອງວັນທີ 24 ພະຈິກ 2021 ຢູ່ຫ້ອງການບ້ານ ນາໂທ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະເມີນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມໃຈກາງບ້ານນາໂທ ປະຈໍາ 06 ເດືອນຕົ້ນປີ 2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ ຂັ້ນເມືອງ, ມີຫົວໜ້າ ປກສ ກຸ່ມບ້ານຈອມທອງ, ພະນັກງານກໍ່ສ້າງຮາກຖານ, ອໍານາດການປົກຄອງບ້ານຕາມ 5 ໜ່ວຍງານ ເຂົ້າຮ່ວມ.

    ກອງປະຊຸມ ທ່ານ ພັຕ ແກ້ວ ດວງໄຊ ຫົວໜ້າ ປກສ ກຸ່ມບ້ານຈອມທອງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມໃຈກາງບ້ານນາໂທ ປະຈໍາ 06 ເດືອນຕົ້ນປີ 2021.

ບ້ານນາໂທ ປະກອບມີ 234 ຫຼັງຄາເຮືອນ, ມີ 351 ຄອບຄົວ, ມີຈໍານວນພົນທັງໝົດ 1.719 ຄົນ, ຍິງ 868 ຄົນ, ມີ 3 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າຜ້ອງ.

ຜ່ານການເຄື່ອນໄຫວຕົວຈິງໄລຍະ 06 ເດືອນຜ່ານມາ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 9 ກໍລະນີ ໄດ້ແກ້ໄຂໄປແລ້ວ 03 ກໍລະນີ, ຍັງ 06 ກໍລະນີ, ໂດຍສະເພາະແມ່ນກໍລະນີລະເມີດຕໍ່ຄວາມສະຫງົບທາງດ້ານການເມືອງ, ບັນຫາສາສະໜາ, ບັນຫາຢາເສບຕິດ, ບັນຫາຄົນເຂົ້າອອກເມືອງຜິດກົດໝາຍ ແລະ ບັນຫາອາວຸດເຖື່ອນ.

ຕໍ່ກັບກໍລະນີທີ່ຍັງຄ້າງຄານີ້ ຄະນະຮັບຜິດຊອບຈະໄດ້ສືບຕໍ່ເກັບກໍາຂໍ້ມູນ ແລະ ແກ້ໄຂໃຫ້ຄ່ອຍໆໝົດໄປ.

 ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໃຫ້ຄໍາເຫັນໂອ້ລົມຈາກ ທ່ານ ຄໍາມອນ ໄຊພົນມີ ຮອງເລຂາພັກເມືອງວຽງທອງ ໂດຍທ່ານໄດ້ເນັ້ນໃຫ້ພະນັກງານກໍ່ສ້າງຮາກຖານ ແລະ ອໍານາດການຈັດຕັ້ງບ້ານທຸກຂະແໜງການ ຕ້ອງມີຄວາມຮັບຜິດຊອບສູງ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການແກ້ໄຂບັນຫາທີຍັງບໍ່ທັນບັນລຸໃຫ້ໄດ້ຕາມມາດຖານ-ເງື່ອນໄຂທີ່ວາງອອກ.

 

About admin11