ປະເມີນຜົນທ້າຍໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າ ແບບປະສົມປະສານ ໄລຍະ 3

ກອງປະຊຸມ ປະເມີນຜົນທ້າຍໂຄງການ ຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ ໄລຍະ 3 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ມີນາ 2021 ຢູ່ໂຮງແຮມສຸນັນທາ ໃຫ້ກຽດເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຈາກກະຊວງກະສິກຳ ແລະ ປ່າໄມ້, ຮອງເຈົ້າເມືອງ, ຂະແໜງການກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການຈາກໂຄງການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍການຈັດຕັ້ງປະຕິບັດໄລຍະ 3 ແຕ່ປີ 2016-2020 ວ່າ: ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າຫາຍາກ-ທີ່ໃກ້ສູນພັນ ພູສີທົນ, ເຂດປ່າສະຫງວນແຫ່ງຊາດນ້ຳກະດິງ ແລະ ເຂດທົດລອງ ຍຸດທະສາດການປົກປັກຮັກສາ ເຂດອະນຸລັກພູສີທົນ ແມ່ນຖືກພັດທະນາ ແລະ ປັບປຸງເປັນປະຈຳທຸກໆປີ ເພື່ອໃຫ້ສອດຄ່ອງກັບສະພາບໄພຂົ່ມຂູ່ທີ່ເກີດຂຶ້ນ ໂດຍປະຕິບັດຕາມຫຼັກການໃຫ້ຊຸມຊົນມີສ່ວນຮ່ວມ, ໄດ້ກວດກາລາດຕະເວນ 15 ວັນຕໍ່ເດືອນ, ໂຄງການໄດ້ສຳເລັດກິດຈະກຳທີ່ກ່ຽວຂ້ອງກັບວຽກງານຈັດສັນ ແລະ ວາງແຜນການນຳໃຊ້ທີ່ດິນ-ປ່າໄມ້ ແບບມີສ່ວນຮ່ວມ ລວມທັງໝົດ 18 ບ້ານ ປະຕິບັດໄດ້ 100%, ສຳເລັດການເຮັດສັນຍາອະນຸລັກທັງໝົດຈຳນວນ 11 ບ້ານ ສຳລັບເຂດອະນຸລັກພູສີທົນ ຈຳນວນ 8 ບ້ານ ແລະ ເຂດປ່າປ້ອງກັນອ່າງໂຕ່ງນ້ຳຍ້ວງຕອນໃຕ້ ຈຳນວນ 3 ບ້ານ.

ປະຕິບັດກິດຈະກຳປັບປຸງຊີວິດການເປັນຢູ່ໂດຍຜ່ານສັນຍາລັກ 15 ບ້ານ ສາມາດປະຕິບັດໄດ້ 11 ບ້ານ, ຝຶກອົບຮົມດ້ານການປົກປັກຮັກສາຊັບພະຍາກອນປ່າໄມ້ ປະຕິບັດໄດ້ 100%, ຍຸດທະສາດການປົກປັກຮັກສາເຂດອະນຸລັກພູສີທົນ ແລະ ປ່າສະຫງວນແຫ່ງຊາດນ້ຳກະດິງ ປະຕິບັດໄດ້ 100%.

ການຕິດຕາມສັດປ່າ ແລະ ຖິ່ນຢູ່ອາໄສ ໄດ້ຖືກຈັດຕັ້ງປະຕິບັດ 2 ຮູບແບບ ຄື: ຕິດຕາມໂດຍທີມງານລາດຕະເວນ ທີ່ອອກເຄື່ອນໄຫວລາດຕະເວນເປັນປະຈຳທຸກໆເດືອນ, ດຳເນີນການສຳຫຼວດຖິ່ນຢູ່ອາໃສສັດປ່າໂດຍທີມງານສະເພາະ, ໂຄງການໄດ້ສະໜັບໜູນເງິນກອງທຶນບ້ານ ປ່ອຍໃຫ້ປະຊາຊົນພາຍໃນບ້ານກູ້ຢືມເພື່ອໄປລົງທຶນດ້ານກະສິກຳ, ລ້ຽງສັດ, ຫັດຖະກຳ ແລະ ນຳໃຊ້ ເພື່ອປັບປຸງລະບົບນ້ຳລິນຂອງບ້ານ.

ຕອນທ້າຍກອງປະຊຸມ ຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສືບຕໍ່ໂຄງການ ຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ ໄລຍະ 4 ( 2021-2025 ) ໂດຍຊ້ອງໜ້າຂອງທ່ານຮອງເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການຈາກໂຄງການເຂົ້າຮ່ວມເປັນສັກຂີພິຍານ.

About admins16