ປະຫວັດ ແລະ ຄວາມເປັນມາຂອງແຂວງ

ແຂວງບໍລິຄຳໄຊ ໄດ້ຮັບການສ້າງຕັ້ງຂື້ນເປັນ 2 ໄລຍະ, ໃນ​ປີ 1961​ຝ່າຍລັດຖະບານ ຂອງລາຊະນາຈັກລາວ ໄດ້​ມີ​ພະ​ລາຊະ​ອົງການສະບັບ​ເລກທີ 341ລົງ​ວັນ​ທີ 10ພະຈິກ 1961 ​ໄດ້​​ສ້າງຕັ້ງ​ເປັນ​ແຂວງ​ບໍ​ລິຄັນ ​ ປະກອບ​ມີ 4​ເມືອງຄື: ​ເມືອງ​ປາກ​ຊັນ, ​ເມືອງ​ປາກ​ເຈົ້າ ( ປາກ​ກະດິງ​ປະຈຸ​ບັນ ) ​ເມືອງ ​ໂພນ​ສັນ (​ເມືອງ​ທ່າ​ພະ​ບາດ​ໃນ​ປະຈຸ​ບັນ ) ​ແລະ ​ເມືອງ​ບໍລິ​ຄັນ. ໃນ​ໄລຍະ​ນີ້​ຢູ່​ເບື້ອງ​ຕາ​ເວັນ​ອອກ ​ແຂວງ​ບໍລິ​ຄັນ ມີ​ເມືອງ​ຄຳ​ເກີດຝ່າຍ​ແນວ​ລາວ​ອິດສະຫຼະ ໄດ້​ສ້າງ​ເປັນ​ເຂດ​ທີ່​ໝັ້ນ​ປະຕິວັດ ຮອດ​ວັນ​ທີ 2ກຸມພາ 1955 ​ໄດ້​ປະກາດ​ສ້າງ​​ເປັນ​ສະຫະ​ເມືອງ 90ປະກອບ​ດວ້ຍ​ເມືອງ​ຄຳ​ເກີດ, ສ່ວນ​ໜື່ງຂອງ​ເມືອງ​ບໍລິ​ຄັນ ​ແລະ ​ເມືອງ​ຫີນ​ບູນ, ໃນວັນ​ທີ 12ຕຸລາປີ1967​ ສູນ​ກາງ​ແນວ​ລາວ​ຮັກ​ຊາດ ໄດ້ຍົກລະດັບດ້ານປົກຄອງ ຂອງສະຫະເມືອງ 90 ​ສ້າງ​ຕັ້ງ​ເປັນ​ແຂວງ​ບໍລິ​ຄຳ​ໄຊ ປະກອບ​ມີ 4 ​ເມືອງ​ຄື: ຄຳ​ເກີດ, ຜາ​ທອງ, ບໍລິ​ຄັນ ​ແລະ ຫີນ​ບູນ.ພາຍ​ຫຼັງ​ຢຶດອຳນາດ​ທົ່ວ​ປະ​ເທດ, ​ແຂວງ​ບໍລິ​ຄັນ​ທີ່​ຂື້ນ​ກັບ​ຝ່າຍ​ລາຊະ​ອານາຈັກລາວ​ໄດ້​ຖືກ​ຍຸບ​ໄປ​ໃນ​ຕົວ. ສ່ວນ​ແຂວງ​ບໍລິ​ຄຳ​ໄຊທີ່​ແນວ​ລາວ​ຮັກ​ຊາດ​ທີ່​ສ້າງ​ຕັ້ງ​ຂື້ນ​ນັ້ນ​ກໍ່​ຖືກ​ ຍຸບ​ໃນ​ວັນ​ທີ 4ປີ 1976 ​ເມືອງ​ຄຳ​ເກີດ, ​ເມືອງ​ຜາ​ທອງ, ​ເມືອງ​ຫີນ​ບຸນ ​ໃຫ້​ຂື້ນ​ກັບ​ແຂວງ​ຄຳ​ມ່ວນ, ສ່ວນ​ບໍລິ​ຄັນ, ປາກ​ເຈົ້າ ​ແລະ ​ໂພນ​ສັນ ​ໂຮມ​ເຂົ້າ​ເມືອງ​ປາກ​ຊັນຂື້ນ​ກັບ​ແຂວງ​ວຽງ​ຈັນ, ປີ 1984ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ອອກ​ມະຕິ​ຕົກລົງສະ​ລົງ​ວັນ​ທີ 6ມີນາ 1984ວ່າ​ດ້ວຍ​ການ​ສ້າງຕັ້ງ​ແຂວງ​ບໍລິ​ຄຳ​ໄຊ ປະກອບ​ມີ 6​ເມືອງ ຄື:​ເມືອງ​ປາກ​ຊັນ, ​ທ່າ​ບົກ (ເມືອງທ່າພະບາດໃນປະຈຸບັນ), ບໍລິ​ຄັນ,ປາກ​ກະດິງ, ຄຳ​ເກີດ​ ​ແລະ ​ເມືອງ​ຜາ​ທອງ ( ເມືອງວຽງທອງໃນປະຈຸບັນ) ແລະ ດຳລັດ​ຂອງ​ສະພາ​ລັດຖະມົນຕີ ​ເລກທີ 27ລົງ​ວັນ​ທີ 6ມີນາ 1984​ໄດ້​ອອກດຳລັດ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ຊີ້​ນຳ​ແຂວງບໍລິຄຳໄຊ ປະກອບມີບັນດາ​ສະຫາຍ​ດັ່ງ​ນີ້:

1.  ທ່ານ ບຸນ​ທອນ ລໍ​ໄຊ​ປັນຍາ               ​ເປັນ​ເລຂາພັກແຂວງ, ປະທານປົກຄອງແຂວງ

2.  ທ່ານ ບຸນ​ຮອງ ຄູນ​ພະ​ໄຊ                  ​ເປັນ​ຮອງ​ເລຂາພັກແຂວງ, ຮອງປະທານປົກຄອງແຂວງ

3.  ທ່ານ ​ແສງ​ມະນີ ​ແກ້ວ​ໄຊ​ຍະ​ວົງ          ເປັນ​ກຳມະການ

4.  ທ່ານ ທິດ​ຫຼ້າ ​ເລືອ​ງມີ​ໄລ                 ​  ເປັນ​ກຳມະການ

5.  ທ່ານ ສີ​ທາ​ ມະນີ​ວົງ                        ເປັນ​ກຳມະການ

6.  ທ່ານ ຊຽງ​ກອງ ​ໄຊ​ສົມບັດ                ​ເປັນ​ກຳມະການ

·      ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ I ​ ​ໃນ​ວັນ​ທີ 12ຕຸລາ 1986  ໄດ້​ຮັບຮອງ​ເອົາ​ອົງຄະ​ນະ​ພັກ ​ແຂວງ​ທັງ​ໝົດ 15 ທ່ານ

Ø  ທ່ານ ບຸ​ທອນ ລໍ​ໄຊ​ປັນຍາ ​ ເປັນ​ເລຂາພັກແຂວງ, ເປັນປະທານປົກຄອງແຂວງ

Ø  ທ່ານ ບຸນຮອງ ຄຸນພະໄຊ ເປັນຮອງເລຂາ

Ø  ທ່ານ ທິດຫຼ້າ ເລືອງມີໄລ ເປັນຄະນະປະຈຳ

Ø  ທ່ານ ຊຽງກອງ ໄຊສົມບັດ ເປັນຄະນະປະຈຳ

Ø  ທ່ານ ພັນໂທ ສີທາ ມະນີວົງ ເປັນຄະນະປະຈຳ

Ø  ທ່ານ ພັນຕີ ແສງມະນີ ແກ້ວໄຊຍະວົງ ເປັນຄະນະປະຈຳ

·      ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ​ອົງ​ອົງຄະ​ນະ​ພັກ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ 4-6ທັນວາ 1993 ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ການ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ພັກ​ແຂວງ ຈຳນວນ15ທ່ານ

Ø  ທ່ານ ນະ​ຄອນ ສີ​ຊະ​ນົນ ກຳມະການສູນກາງພັກ ​ເປັນ​ເລຂາພັກແຂວງ

Ø  ທ່ານ ອູ່ນຫຼ້າ ໄຊຍະສານ ກຳມະການສູນກາງພັກ ເປັນເຈົ້າແຂວງ

Ø  ທ່ານ ບຸນຮອງ ຄຸນພະໄຊ ເປັນຮອງເລຂາ

Ø  ທ່ານ ພັນເອກ ທອງອອນ ຄຳພູບານ ເປັນຄະນະປະຈຳ

Ø  ທ່ານ ບຸນມາ ບຸຈະເລີນ ເປັນຄະນະປະຈຳ

Ø  ທ່ານ ອຳຄຳ ພົມມະລີ ເປັນຄະນະປະຈຳ

·      ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ອົງຄະ​ນະ​ພັກ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ໄຂ​ຂື້ນ​ໃນ​ປີ1998ໄດ້​ຄັດ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ ແຂວງຈຳນວນ21 ທ່ານ,

Ø  ທ່ານ​ ທອງ​ບັນ​ ແສງ​ອາພອນ ​ເປັນ​ເລຂາພັກແຂວງ, ເຈົ້າແຂວງ

Ø  ທ່ານ ທອງອອນ ຄຳພູບານ ເປັນຮອງເລຂາ, ຮອງເຈົ້າແຂວງ

Ø  ທ່ານ ພັນສີ ຄຳມະຈັກ ຄະນະປະຈຳພັກແຂວງ

Ø  ທ່ານ ບຸນຮອງ ຊົງລະຫວ່າງ ຄະນະປະຈຳພັກແຂວງ

Ø  ທ່ານ ບົວແກ້ວ ໄຊມູນວົງ ຄະນະປະຈຳພັກແຂວງ

Ø  ທ່ານ ຄຳພັນ ສິດທິດຳພາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ

Ø  ທ່ານ ນາງ ບຸນຍົງ ສີສຸວັນນະຄອນ ຄະນະປະຈຳພັກແຂວງ.

·      ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV ຂອງອົງຄະ​ນະພັກ​ແຂວງ​ບໍລິຄຳ​ໄຊ ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ 9-11​ເມສາ​ 2005 ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາການ​ຄັດ​ເລືອກຄະນະ​ບໍລິຫານ​ງານ​ພັກ​ແຂວງ ຈຳນວນ 27ທ່ານ

Ø  ທ່ານ ຄຳ​ປານ ພິລາ​ວົງ  ​ກຳມະການສູນກາງພັກ ເປັນ​ເລຂາຄະນະພັກແຂວງ, ເປັນເຈົ້າແຂວງ.

Ø  ທ່ານ ທອງອອນ ຄຳພູບານ ເປັນຮອງເລຂາ, ເປັນຮອງເຈົ້າແຂວງ.

Ø  ທ່ານ ຄຳພັນ ສິດທິດຳພາ ຮອງເລຂາ ເປັນຫົວໜ້າຄະນະສະມາຊິກສະພາ ປະຈຳເຂດເລືອກຕັ້ງທີ 11

Ø  ທ່ານ ເລື່ອມ ສົນສີວິໄລ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ.

Ø  ທ່ານ ປ້ານ ນ້ອຍມະນີ ຄະນະປະຈຳພັກແຂວງ

Ø  ທ່ານ ພັນໂທ ກົງທອງ ພົງພິຈິດ ຄະນະປະຈຳພັກແຂວງ

Ø  ທ່ານ ນາງ ບຸນຍົງ ສີສຸວັນນະຄອນ ຄະນະປະຈຳພັກແຂວງ

ໃນຄະນະພັກຊຸດນີ້ ໄດ້ແຕ່ງຕັ້ງທ່ານ ປ້ານ ນ້ອຍມະນີ ເປັນຮອງເລາຂາພັກແຂວງເພີ່ມເຕີມ ເນື່ອງຈາກ ທ່ານ ຄຳພັນ ສິດທິດຳພາ ຍົກຍ້າຍຂື້ນສູນກາງ

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ 27-28ພຶດສະພາ2010ກອງ​ປະຊຸມ​ໄດ້​ຮັບ​ເອົາການ​ຄັດ​ເລືອກຄະນະ​ບໍລິຫານ​ງານ​ພັກ​ ແຂວງ ຈຳນວນ 29ທ່ານ.

Ø  ທ່ານ ປ້ານ ນ້ອຍ​ມະນີ ​ເລຂາຄະນະພັກແຂວງ,ເຈົ້າແຂວງ.

Ø  ທ່ານ ຄຳບຸນນັດ ຮອງເລຂາຄະນະພັກແຂວງ ຮອງເຈົ້າແຂວງ.

Ø   ທ່ານ ດຣ ກອງແກ້ວ ໄຊສົງຄາມ ຮອງເລຂາຄະນະພັກແຂວງ ເປັນຫົວໜ້າຈັດຕັ້ງ.

Ø   ທ່ານ ດຣ ສຸວັນນີ ໄຊຊະນະ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ

Ø  ທ່ານ ນາງ ບຸນຍົງ ສີສຸວັນນະຄອນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ

Ø  ທ່ານ ພັກເອກ ບົວວັນ ເພັງບຸນທັນ ຄະນະປະຈຳ ຫົວໜ້າກອງບັນຊາການທະຫານແຂວງ

Ø  ທ່ານ ບຸນມາ ບຸຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ

Ø  ທ່ານ ທອງເສີມ ບາວີຄຳ ຄະນະປະຈຳພັກແຂວງ ເຈົ້າເມືອງບເມືອງຄຳເກີດ

Ø  ທ່ານ ແດນປີ ມູນທະດີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ

ກອງປະຊຸມໃຫຍ່ຄັ້ງທີ VI ໄດ້ໄຂຂື້ນໃນວັນທີ 6-8 ພຶດສະພາ 2015 ກອງປະຊຸມ ໄດ້ຮັບຮອງເອົາຄະນະບໍລິຫານງານພັກແຂວງ ຈຳນວນ 31 ທ່ານ.

Ø  ທ່ານ ດຣ ກອງແກ້ວ ໄຊສົງຄາມ ເປັນເລຂາພັກແຂວງ ເປັນເຈົ້າແຂວງ

Ø  ທ່ານ ດຣ ສຸວັນນີໄຊຊະນະ ເປັນຮອງເລພັກແຂວງ ເປັນຮອງເຈົ້າແຂວງ

Ø  ທ່ານ ບຸນມາ ບຸຈະເລີນ ເປັນຮອງເລຂາພັກແຂວງ ປະທານສະພາເຂດເລືອກຕັ້ງທີ 11

Ø  ທ່ານ ແດນປີ ມູນທະດີ ເປັນຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ

Ø  ພັນເອກ ຈວງຈັນລາດສະວົງ ເປັນຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ

Ø  ທ່ານບຸນຄຳ ໄຊເຍຍລໍວື່ ເປັນຄະນະປະຈຳພັກແຂວງ ທ່ານກວດກາ-ລັດແຂວງ

Ø  ທ່ານ ວັນວິໄລ ເປັນຄະນະປະຈຳພັກແຂວງ ເຈົ້າເມືອງ-ເມືອງຄຳເກີດ

Ø  ທ່ານ ບຸນເສັງ ປະຖຳມະວົງ ເປັນຄະນະປະຈຳພັກແຂວງ ຮອງເຈົ້າແຂວງ

Ø  ທ່ານ ລຳສະໄໝ ວໍລະສານ ເປັນຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ

·      ແຂວງ​ບໍລິ​ຄຳ​ໄຊ ປະກອບ​ດ້ວຍ ຕົວຄື:

1.  ​ເມືອງ​ປາກ​ຊັນ

2.  ​ເມືອງ​ທ່າ​ພະ​ບາດ

3.  ​ເມືອງ​ບໍລິ​ຄັນ

4.  ​ເມືອງ​ປາກ​ກະດິງ

5.  ​ເມືອງຄຳ​ເກີດ

6.  ​ເມືອງວຽງ​ທອງ

7.  ​ເມືອງ​ໄຊ​ຈຳ​ພອນ

·      ໃນປີ 2015 ທົ່ວ​ແຂວງ​ມີ​ຈຳນວນ 322 ບ້ານ ມີ​ຈຳນວນ  46.742  ຄອບຄົວມີ​ຈຳນວນ  ພົນລະເມືອງ

ທັງໝົດ 277.316ຄົນ ຍິງ 138.419ຄົນ​ໃນ​ນັ້ນ​ແຕ່ລະ​ເມືອງ​ປະກອບ​ມີ​ຈຳນວນ​ບ້ານ​ດັ່ງ​ນີ້:

1.  ​​ເມືອງ​ປາກ​ຊັນມີ 55 ບ້ານ,          ມີ 8,816 ຄອບຄົວ

2.  ​ເມືອງ​ທ່າ​ພະ​ບາດມີ 26 ບ້ານ,       ມີ 5,008 ຄອບຄົວ

3.  ​ເມືອງ​ບໍລິ​ຄັນມີ 45 ບ້ານ,           ມີ 7,555 ຄອບຄົວ

4.  ​ເມືອງ​ປາກ​ກະດິງມີ 48 ບ້ານ,       ມີ 9,239 ຄອບຄົວ

5.  ​ເມືອງ​ຄຳ​ເກີດມີ 63ບ້ານ,           ມີ 10,368 ຄອບຄົວ

6.  ​ເມືອງ​ວຽງ​ທອງມີ 41 ບ້ານ,         ມີ 4,067 ຄອບຄົວ

7.  ​ເມືອງ​ໄຊ​ຈຳ​ພອນມີ 18 ບ້ານ,       ມີ 1,689 ຄອບຄົວ

About admin12