ປະທານສູນກາງແນວລາວສ້າງຊາດ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ

ເພື່ອສະແດງເຖີງຄວາມເປັນຫ່ວງເປັນໃຍ ຂອງຄະນະສູນກາງແນວລາວສ້າງຊາດ ຕໍ່ພີ່ນ້ອງຊາວແຂວງບໍລິຄຳໄຊ ໃນວັນທີ 21 ສິງຫາ 2020 ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງ ໄດ້ເອົາເຄືອງອຸປະໂພກ-ບໍລິໂພກ ມາມອບໃຫ້ແຂວງບໍລິຄຳໄຊ ເປັນກຽດຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ເຄື່ອງທີ່ນຳມາຊ່ວຍເຫຼືອຄັ້ງນີ້ ປະກອບດ້ວຍ ນ້ຳດື່ມຕຸກນ້ອຍ ຈຳນວນ 100 ແພັກ, ໝີ່ສຳເລັດຮູບ 30 ແກັດ, ເຂົ້າສານໜຽວ 26 ເປົາ, ປາກະປອງ 10 ແກັດ ແລະ ອື່ນໆ ລວມມູນຄ່າທັງໝົດ 46.450.000 ກີບ ເພື່ອມອບໃຫ້ເຈົ້າແຂວງບໍລິຄຳໄຊ ນຳລົງໄປຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກເຄາະຮ້າຍຈາກໄພນ້ຳຖ້ວມຢູ່ແຂວງບໍລິຄຳໄຊ.

About admins14