ປະທານສະພາປະຊາຊົນແຂວງ ລົງຕິດຕາມ, ຊຸກຍູ້ ການຈັດເກັບລາຍຮັບເຂົ້າງົບປະມານ

ໃນລະຫວ່າງ ວັນທີ 26-29 ກັນຍາ 2022 ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ ວຽກງານການຈັດເກັບລາຍຮັບເຂົ້າງົບປະມານ ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຢູ່ດ່ານສາກົນປາກຊັນ, ດ່ານປະເພນີທ່າສະອາດ, ດ່ານສາກົນນໍ້າພາວ ແລະ ບັນດາຫ້ອງການໃນຂົງເຂດເສດຖະກິດ.

ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້ກໍ່ເພື່ອຕິດຕາມ ກວດກາ, ຊຸກຍູ້ ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ໃນການຄຸ້ມຄອງ ການຈັດເກັບລາຍຮັບ-ລາຍຈ່າຍ ຢູ່ບັນດາດ່ານ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍພາສີ, ກົດໝາຍສ່ວຍສາອາກອນ, ບັນດານິຕິກໍາທີ່ກ່ຽວຂ້ອງກັບການຈັດເກັບລາຍຮັບ ເພື່ອຊອກຫາຊ່ອງຫວ່າງຂອງນິຕິກໍາທີ່ບໍ່ສາມາດເກັບລາຍຮັບໄດ້ນັ້ນ ເພື່ອນໍາໄປປືກສາຫາລື, ປັບປຸງ ແລະ ແກ້ໄຂ ໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ພະນັກງານ-ລັດຖະກອນ ທີ່ປະຈໍາຢູ່ບັນດາດ່ານ ແລະ ຂົງເຂດເສດຖະກິດ.

About admins14