ປະທານສະພາປະຊາຊົນແຂວງ ລົງໃຫ້ກຳລັງໃຈແພດ,ໝໍ ທີ່ປະຕິບັດໜ້າທີ່ຢູ່ສູນກັກກັນເມືອງ ປາກຊັນ

ໃນວັນທີ 26 ເມສາ 2021 ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ໃຫ້ກຳລົງໃຈແພດ-ໝໍ ທີ່ປະຕິບັດໜ້າທີ່ຢູ່ສູນກັກກັນ ຢູ່ເທດສະບານເມືອງ ປາກຊັນ ໂດຍມີທ່ານ ໂພຄຳ ຈັນທະນາສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ດຣ ຟອງສາລີ ຫຼວງມີ ໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຫົວໜ້າກອງເລຂາສະເພາະກິດຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມພາທາງ.

ຈຸດທີ່ລົງໄປໃນຄັ້ງນີ້ ມີສູນກັກກັນ,ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ – 19 ຫຼັກ 6, ສູນດັ່ງກ່າວມີຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2 ຄົນ, ຍິງ 1 ຄົນ ໃນນັ້ນເພດຍິງ ກໍລະນີທີ 58 ແລະ ເພດຊາຍ ກໍລະນີທີ 221 ເປັນຄົນແຂວງບໍລິຄຳໄຊ. ປະຈຸບັນພວກກ່ຽວແມ່ນມີສຸຂະພາບທີ່ແຂງແຮງດີ ທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍໄດ້ຮັບການປິ່ນປົວ,ເບີ່ງແຍງ ຈາກແພດ, ໝໍ ເປັນປົກກະຕິ, ສຳລັບກໍລະນີທີ 221 ທ້າວ ກຸ້ງເງີນ ມະນີວົງ ອາຍຸ 30 ປີ ບ້ານ ສີວິໄລ ເມືອງປາກຊັນ ຕາມຂໍ້ມູນສອບຖາມໃນເບື້ອງຕົ້ນ ມີບຸກຄົນທີ່ໄດ້ສໍາພັດນອນຢູ່ໃນກູ່ມສ່ຽງ 14 ຄົນ, ຍິງ 9 ຄົນ ປະຈຸບັນແມ່ນໄດ້ນຳມາກັກກັນຈຳກັດບໍລິເວນ ຢູ່ສູນກັກກັນໂຮງຮຽນປະຖົມໄຊມົງຄຸນ ເມືອງປາກຊັນ, ສູນກັກກັນໂຮງຮຽນປະຖົມໄຊມົງຄຸນ ມີກູ່ມສ່ຽງເຂົ້າມາຈຳກັດບໍລິເວນພາຍໃນສູນ 26 ຄົນ ແລະ ໄດ້ເກັບຕົວຢ່າງເພື່ອສົ່ງສູນກາງກວດເຊື້ອແລ້ວ.

ຈາກນັ້ນທ່າ ປະທານສະພາ ພ້ອມຄະນະ ຍັງໄດ້ລົງເບີ່ງສະຖານທີ່ ບໍລິການວັກຊີນໂຄວິດ-19 ຢູ່ໂຮງໝໍແຂວງບໍລິຄຳໄຊ ຕື່ມອີກ. ສຳລັບການບໍລິການວັກຊີນໂຄວິດ – 19 ຢູ່ໂຮງໝໍແຂວງບໍລິຄຳໄຊຮອບທີ 3 ຈະໄດ້ຈັດໃນລະຫວ່າງວັນທີ 27-30 ເມສານີ້, ໃນນັ້ນ ວັນທີ 27-28 ເມສາ ຈະເປີດບໍລິການໃຫ້ວັກຊີນສຳລັບພະນັກງານ-ລັດຖະກອນ ແລະ ວັນທີ 29-30 ເມສາ ຈະເປີດບໍລິການໃຫ້ປະຊາຊົນ, ທັ້ງນີ້ກໍ່ເພື່ອເປັນການຫຼີກລ້ຽງຄວາມແອອັດໃນການມາໃຊ້ບໍລິການ.ໂອກາດທີ່ທ່ານ ສຸວັນນີ ໄຊຊະນະ ລົງເຄື່ອນໄຫວວຽກງານໃນຄັ້ງນີ້ ຍັງໄດ້ຍ້ອງຍໍ, ຊົມເຊີຍ ແພດ,ໝໍ ທີ່ປະຈຳຢູ່ສະຖານທີ່ຕ່າງໆ ພ້ອມນັ້ນກໍ່ຕ້ອງໄດ້ເອົາໃຈໃສ່ຮັກສາສຸຂະພາບຂອງຕົນເອງ, ຖືເອົາການປະຕິບັດໜ້າທີ່ດ້ານວິຊາສະເພາະ ເປັນໜ້າທີ່ລວມ ມີຄວາມຮັບຜິດຊອບທາງດ້ານການເມືອງ, ມີຜົນສຳເລັດ.

About admins14