ປະທານປະເທດ ລົງຢ້ຽມຢາມການຜະລິດຂອງປະຊາຊົນບ້ານ ນາຫາດ

ໃນຕອນເຊົ້າຂອງວັນທີ 22 ມີນາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມພື້ນຖານການຜະລິດປະຊາຊົນບ້ານ ນາຫາດ ເມືອງຄຳເກີດ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍການນຳຂັ້ນເມືອງ ຮ່ວມພາທາງ.

ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຄຳເກີດ ລາຍງານສະພາບໂດຍລວມການປູກພັກເປັນສິນຄ້າ ວ່າ: ບ້ານ ນາຫາດ ຂຶ້ນກັບເຂດໜອງອໍ້-ນາແປ, ປະຊາຊົນ ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ ມາແຕ່ດົນນານ, ອີງໃສ່ຈຸດເດັ່ນຂອງດິນ, ນໍ້າ ລວມທັງສະພາບອາກາດເໝາະສົມ ຄະນະນໍາຂອງເມືອງ, ກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງຊຸກຍູ້-ສົ່ງເສີມ, ຊອກຫາແຫຼ່ງທຶນຮອນເຂົ້າມາພັດທະນາ.

ປີ 2001 – 2002 ໄດ້ດຳເນີນໂຄງການປູກຜັກສະອາດ ຕາມເຕັກນິກຂອງນັກວິຊາການ ເຊິ່ງເບື້ອງຕົ້ນ ມີ 15 ຄອບຄົວ, ປີ 2019 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາເກີດ ຈຶ່ງໄດ້ຂຽນແຜນ ຂໍງົບປະມານນຳພະແນກ ກະສິກຳ ແລະ ປ່າໄມ້ 104.165.000 ກີບ ເພື່ອສ້າງເຮືອນຮົ່ມປູກໄລຍະລະດູຝົນ, ຊື້ຜ້າຢາງເຮັດເຮືອນຮົ່ມ 10 ກໍ້, ເຄື່ອງຈັກພວນດິນໃຫ້ 2 ເຄື່ອງ ແລະ ມອບແນວພັນພືດຜັກປະເພດຕ່າງໆ ໃຫ້ຈໍານວນໜຶ່ງ.

ປີ 2020-2021 ໄດ້ຮັບງົບປະມານ ຈາກໂຄງການແຜນງານລາວ 030 ( ທຶນຊ່ວຍເຫຼືອຈາກລັດຖະບານແຫ່ງ ຣາຊະອານາຈັກລຸກຊຳບວກ ), ເປັນເງິນ 348.362.000 ກີບ, ສ້າງຫ້ອງການກຸ່ມຊາວສວນ 1 ຫຼັງ, ຊື້ເຄື່ອງຕົ້ມນໍ້າຄວັນໄມ້ 1 ເຄື່ອງ, ເຄື່ອງບົດຝຸ່ນ 1 ເຄື່ອງ, ຈັດຝຶກອົບຮົມເຕັກນິກການປູກຜັກອິນຊີ, ປີ 2020-2021 ໄດ້ຫັນປ່ຽນ ຈາກການປູກຜັກສະອາດ, ມາເປັນການປູກຜັກອິນຊີ, ມີສະມາຊິກທັງໝົດ 15 ຄອບຄົວ, ມີເຮືອນຮົ່ມ 21 ຫຼັງ, ແຕ່ງຕັ້ງຄະນະບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ ແລະ ໄດ້ແບ່ງເປັນ 4 ຈຸ, ສ່ວນ 25 ຄອບຄົວ ແມ່ນຍັງປູກຜັກສະອາດ, ໄລຍະ 5 ປີຜ່ານມາ ສະເລ່ຍລາຍຮັບທັງໝົດ 2.464.000.000 ກີບ, ໃນນັ້ນ ຕົ້ນທຶນການຜະລິດ (ທຶນຄົງທີ່ ແລະ ທຶນໝູນວຽນ) 1.392.000.000 ກີບ, ຜົນໄດ້ຮັບກໍາໄລທັງໝົດ 1.072.000.000 ກີບ, ປະຈຸບັນ ກຸ່ມປູກຜັກອິນຊີບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ສາມາດປູກຜັກອີນຊີໄດ້ທັງ 2 ລະດູການ, ຕອບສະໜອງໃຫ້ແກ່ທ້ອງຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ.

ໂອກາດນີ້ ທ່ານ ທອງລູນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ໄດ້ຕີລາຄາສູງ ພ້ອມຍ້ອງຍໍຊົມເຊີຍຜົນງານການນໍາພາ-ຊີ້ນຳ ອຳນາດການປົກກຄອງແຂວງບໍລິຄຳໄຊທຸກຂັ້ນ ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານຈົ່ງໄດ້ເພີ່ມທະວີຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເອົາໃຈໃສ່ຫ້າວຫັນຕໍ່ການຜະລິດ ຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ທ່ານຍັງໄດ້ມອບເງິນຈຳນວນໜຶ່ງ ເພື່ອໝູນໃຊ້ນຳໃຊ້ເຂົ້າການຜະລິດ.

About admins14