ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ຢ້ຽມຢາມເມືອງວຽງທອງ

ໃນວັນທີ 3 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານ ໃສຄໍາ ທອງລັດ ປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງີນ ພ້ອມທິມງານສະພາປະຊາຊົນແຂວງ ໄດ້ລົງຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ມີສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ພະນັກງານຂົງເຂດເສດຖະກິດ, ຂົງເຂດຕຸລາການ, ຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ຈຸດປະສົງການລົງມາຄັ້ງນີ້ ແມ່່ນເພື່່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ເຈາະຈິ້ມ ກ່ຽວກັບແຜນການພັດທະນາເສດຖະກິດ – ສັງຄົມ, ການຈັດສັນທຶນໃຫ້ແກ່ໂຄງການລົງທຶນຂອງລັດ, ໂຄງການລົງທຶນຂອງລັດໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ການຈັດສັນງົບປະມານເຂົ້າໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຂດຫ່າງໄກສອກຫຼີກ, ການຈັດສັນເກັບລາຍຮັບເຂົ້າງົບປະມານ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ, ການຈັກຕັ້ງປະຕິບັດແຜນດັດແກ້ບ້ວງລາຍຈ່າຍ ແລະ ໂຄງການລົງທຶນທີ່ໄດ້ອະນຸມັດ 6 ເດືອນຕົ້ນປີ.

About admins14