ປະທານຄະນະກວດກາສູນກາງພັກ ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ຢູ່ຫ້ອງປະຊຸມ ຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ ໂດຍມີ ທ່ານ ປອ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະບໍລິຫານພັກແຂວງ, ພະນັກງານນຳພາ-ຄຸ້ມຄອງ ບັນດາພະແນກການ, ຫ້ອງການ ເຂົ້າຮ່ວມ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານ ຜົນສໍາເລັດການຈັດຕັ້ງປະຕິບັດມະຕິ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນ ປີ 2021 ວ່າ: ໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 6 ເດືອນຕົ້ນປີ 2021 ນີ້ ແມ່ນໄດ້ປະເຊີນກັບຫຼາຍຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ 19 ຍັງສຶບຕໍ່ລະບາດ, ແຂວງຍັງພົບກັບການລະບາດຂອງພະຍາດສັດ ເປັນຕົ້ນພະຍາດຜິວໜັງ ( lumpyskin desease ) ປະຈຸບັນມີການລະບາດເກຶອບທຸກເມືອງຂອງແຂວງ.

ຕໍ່ໜ້າສະພາບການດັ່ງກ່າວ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງແຂວງ ກໍໄດ້ສຸມທຸກເງື່ອນໄຂ ແລະ ທ່າແຮງຂອງແຂວງເພື່ອປະຕິບັດຄາດໝາຍທີ່ໄດ້ກໍານົດໄວ້ໃນປີ 2021, ຜ່ານການຈັດຕັ້ງຕົວຈິງ ແຂວງບໍລິຄໍາໄຊ ຍັງສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ມີທ່າອ່ຽງທີ່ດີ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈນັບມື້ນັບດີຂື້ນ ແລະ ຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ນັບມື້ຍັບເຂົ້າໃກ້ກັນ.

ປະຈຸບັນທົ່ວແຂວງ ມີພົນລະເມືອງທັງໝົດ 314.579 ຄົນ, ຍິງ 155.690 ຄົນ, ມີ 284 ບ້ານ, 55.716 ຄອບຄົວ ເມືອງພົ້ນທຸກ 5 ເມືອງ, ເມືອງທຸກຍາກ 2 ເມືອງ, ມີຄອບຄົວພົ້ນທຸກ 52.544 ຄອບຄົວ, ຄອບຄົວທຸກຍາກມີ 3.172 ຄອບຄົວ ( ເທົ່າກັບ 5,69% ), ຄວາມທຸກຍາກຍັງ 1,80%,ຄອບຄົວອະນາຖາ 109 ຄອບຄົວ, ຄອບຄົວພັດທະນາ 47.990 ຄອບຄົວ ແລະບ້ານພັດທະນາ 216 ບ້ານ.

ແຂວງ ໄດ້ສຸມໃສ່ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ ແລະ ບັນດາປະກົດການຫຍໍ້ທໍ້ ເຊັ່ນ: ການແກ້ໄຂ 4 ເຖື່ອນ (ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ) ແລະ 9 ຫົວຂໍ້ສຳມະນຳວິທະຍາສາດ ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ສູ້ຊົນເຮັດໃຫ້ເສດຖະກິດໂດຍລວມຂອງແຂວງເຕີບໂຕໃນລະດັບ 4%, ລວມຍອດຜະລິດຕະພັນລວມໃຫ້ບັນລຸ 5,873 ຕຶ້ກວ່າກີບ, ສະເລັ່ຍຕໍ່ຫົວຄົນໃຫ້ບັນລຸ 19 ລ້ານກວ່າກີບ ຫລື ເທົ່າກັບ 2.186 ໂດລາ.

ໄດ້ຖືເອົາວຽກງານປ້ອງກັນການລະບາດຂອງພະຍາດໂຄວິດ-19 ພາຍໃຕ້ຄຳຂວັນທີ່ວ່າ “ເປັນການເຂົ້າສູ່ສະໜາມຮົບຕີກັບສັດຕູ ອັນຕະລາຍຮ້າຍກາດ, ບໍ່ມີຕົນໂຕ, ບໍ່ຮູ້ຢູ່ທິດໃດ ແຕ່ມີອິດທິພົນທໍາລາຍທົ່ວໂລກ”. ການສັກວັກຊີນ ປ້ອງກັນພະຍາດ ໂຄວິດ-19 ( 50% ຂອງປະຊາກອນເປົ້າໝາຍທົ່ວແຂວງ ) ສາມາດປະຕິບັດໄດ້ເຂັມທີ 1: 31,45%, ເຂັມທີ 2: 21,52% ລວມທັງເຂັມ 1 ແລະ ເຂັມ 2 ສາມາດປະຕິບັດໄດ້ 52,96%. ( ຂອງເປົ້າໝາຍ 100.000 ຄົນ ).

ທ່ານ ຄຳພັນ ພົມມະທັດ ໄດ້ຕີລາຄາສູງ ຍ້ອງຍໍຊົມເຊີຍຄະນະບໍລິຫານງານພັກແຂວງ ທີ່ໄດ້ສູ້ຊົນປະຕິບັດມະຕິ 7 ຂອງແຂວງ ໃຫ້ມີຜົນສຳເລັດຫຼາຍດ້ານ, ເພື່ອສືບຕໍ່ທິດທາງແຜນການໃນຕໍ່ໜ້າ ທ່ານ ຍັງໄດ້ເນັ້ນໃຫ້ຄະນະບໍລິຫານພັກແຂວງ, ພະນັກງານຫຼັກແຫຼ່ງ, ນຳພາທຸກຂັ້ນ ຈົ່ງໄດ້ຫັນປ່ຽນເພີ່ມທະວີຄວາມຮັບຜິດຊອບການນຳພາຂອງພັກ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ເຂົ້າສູ່ລວງເລິກກັບສະພາບຄວາມເປັນຈິງຂອງທ້ອງຖີ່ນ, ຍົກສູງຄຸນນະພາບວຽກງານກວດກາ ໃນການນຳພາ-ຊີ້ນຳຄະນະພັກຂັ້ນຕ່າງໆ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ ເຂົ້າສູ່ລະບຽບວິໄນຢ່າງເຂັ້ມງວດ ຕິດພັນກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເສີມຂະຫຍາຍທຸກກຳລັງແຮງເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ສຳເລັດຕາມແຜນການທີ່ວາງໄວ້.

About admins16