ປະທານກຳມະການຍຸຕິທໍາ ແລະ ປກຊ-ປກສ ລົງເຄື່ອນໄຫວ ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າ

ວັນທີ 30 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມສະຫະພັນນັກຮົມເກົ່າແຂວງ ທ່ານ ນາງ ມາລີສາ ອາໄພລາດ ປະທານຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດວງຕາ ໄຊຍະທໍາ ປະທານສະຫະພັນນັກຮົບເກົ່າແຂວງ ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານພາຍໃນສະຫະພັນນັກຮົບເກົ່າແຂວງເຂົ້າຮ່ວມ.

ເພື່ອຮັບຟັງການລາຍງານສະພາບການລວມໂດຍຫຍໍ້ຕໍ່ກັບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນນັກຮົບເກົ່າແຂວງ ໃນໄລຍະຜ່ານມາ ປະຕິບັດເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ຂໍ້ສະເໜີເພື່ອເປັນທິດທາງ ແລະ ວິທີຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາປະຊາຊົນແຂວງ ຊຸດ ທີ II ເພື່ອໂຄສະນາເຜີຍແຜ່ ໃຫ້ຜູ້ມີສິດເລືອກຕັ້ງ ກໍ່ຄືພະນັກງານ-ລັດຖະກອນອ້ອມຂ້າງແຂວງບໍລິຄໍາໄຊ ເຊື່ອມຊືມ ແລະ ເຂົ້າຮ່ວມໃນການປະຕິບັດ ແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ເຂົ້າຮ່ວມໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ, ໄດ້ຮັບຮູ້ ແລະ ເຂົ້າໃຈພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ແລະ ເພື່ອແລກປ່ຽນຄໍາຄິດຄໍາເຫັນ, ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ.

ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນໂອລົ້ມໃຫ້ສືບຕໍ່ປະສານສົມທົບເຊີ່ງກັນ ແລະ ກັນ ເພີ່ມທະວີໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານເພື່ອແນໃສເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນ.

About admins16