ປະຊາສໍາພັນ ອອກໃບຕາດິນກະສິກໍາໃຫ້ປະຊາຊົນ ບ້ານຈັດສັນຫ້ວຍຫອຍ

    ໃນວັນທີ 23 ທັນວາ 2021 ຢູ່ສະໂມສອນ ບ້ານ ຈັດສັນ ຫ້ວຍຫອຍ, ເມືອງວຽງທອງ ແຂວງ ບໍລິຄຳໄຊ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດພິທີປະຊາສໍາພັນອອກໃບຕາດີນກະສິກຳແບບເປັນລະບົບ ບ້ານ ຈັດສັນ ຫ້ວຍຫອຍ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ, ພໍ່, ແມ່ປະຊາຊົນພາຍໃນບ້ານພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

      ຈຸດປະສົງ ກໍ່ເພື່ອເປັນການຈັດສັນມອບສິດ ໃນການນໍາໃຊ້ທີ່ດິນທຳການຜະລິດ ຢູ່ບ້ານຈັດສັນຫ້ວຍຫອຍ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍມອບໃຫ້ແຕ່ລະຄອບຄົວ ນໍາໃຊ້ດິນເຂົ້າໃນການຜະລິດກະສິກຳ.

     ກອງປະຊຸມໃນຄັ້ງນີ້ ຜູູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານບາງມາດຕາຂອງກົດໝາຍ ວ່າດ້ວຍທີ່ດິນ, ກຳມະສິດທີ່ດິນ, ການຫ້າມຈັບຈອງທີ່ດິນ, ການຂື້ນທະບຽນທີ່ດິນ, ສິດ ແລະ ພັນທະຂອງຜູ້ຊົມໃຊ້ທີດິນ, ສິດສະເໝີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນະທຳສັງຄົມ, ດ້ານຄອບຄົວ ແລະ ສາຍພົວພັນກ່ຽວກັບວຽກງານອອກໃບຕາດິນ, ອະທິບາຍ ຄວາມສໍາຄັນຂອງດິນກະສິກໍາ, ອະທິບາຍກ່ຽວກັບການຈົ່ງທາງ ຫຼື ເຂດສະຫງວນທາງທີ່ຕິດກັບດິນຂອງແຕ່ລະຕອນໃຫ້ມີຄວາມເໝາະສົມ, ໄດ້ຮັບຟັງການອະທິບາຍ, ຊີ້ແຈງກ່ຽວກັບວິທີ ແລະ 7 ຂັ້ນຕອນໃນການອອກໃບຕາດິນ.

About admin11