ປະຊາຊົນບ້ານຄຳມ່ວນ ເລັ່ງເກັບກ່ຽວເຂົ້ານາປີ

    ຕາມການລາຍງານຂອງທ່ານ ບົວວັນ ປາມ່ອນມະນີ ນາຍບ້ານຄຳມ່ວນ ໃນຄັ້ງວັນທີ່ 20 ຕຸລາ 2020 ໃຫ້ຮູ້ວ່າ: ບ້ານຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ປະກອບມີ 141 ຫຼັງຄາເຮືອນ, ມີ 128 ຄອບຄົວ, ມີພົນລະເມືອງທັງໜົດ 744 ຄົນ, ຍິງ 344 ຄົນ, ປະຊາຊົນພາຍໃນບ້ານແມ່ນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ.

       ບ້ານຄຳມ່ວນ ມີເນື້ອທີ່ນາປີທັງໜົດ 85 ເຮັກຕ່າ, ປະຈຸບັນ ປະຊາຊົນພາຍໃນບ້ານ ແມ່ນກຳລັງຂຸ້ນຂ້ຽວເກັບກູ້ເຂົ້ານາປີຢ່າງເປັນຂະບວນຟົດຟື້ນ ແລະ ເລີ່ມລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ ຮອດປະຈຸບັນ ສາມາດເກັບກູ້ເຂົ້ານາປີໄດ້ແລ້ວ 60% ສະມັດຕະພາບສະເລ່ຍ 3.5ໂຕ່ນ/ເຮັກຕ່າ ເທົ່າກັບ 399kg/ຄົນ/ປີ.
ທ່ານ ບົວວັນ ປາມ່ອນມະນີ ຍັງໃຫ້ຮູ້ຕື່ມອີກວ່າ ພາຍຫຼັງທີ່ປະຊາຊົນເກັບກູ້ເຂົ້ານາປີສຳເລັດແລ້ວ ກໍ່ຈະພາກັນເລັ່ງມື ເພື່ອກະກຽມເຮັດນາແຊງ ແລະ ປູກພຶດລະດູແລ້ງ ຈຳນວນ 20 ເຮັກຕ່າ. ພ້ອມນັ້ນປະຊາຊົນ ຍັງຈະໄດ້ກະກຽມເກັບກູ້ມັນຕົ້ນ ໃນເນື້ອທີ່ສວນປູກຈຳນວນໜຶ່ງ.

 

About admin11