ປະຈຸບັນ ທົ່ວແຂວງບໍລິຄຳໄຊ ມີເສັ້ນທາງເຂົ້າເຖິງ 291 ບ້ານ ເທົ່າກັບ 100 %

ກອງປະຊຸມສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ v (2021-2025) ຂອງພະແນກ ໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການ ຍທຂ ຈາກ 7 ຕົວເມືອງພາຍໃນແຂວງ ແລະ ພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.

ຕະລອດໄລຍະ 5 ປີຜ່ານມາ ວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ການພັດທະນາຕາໜ່າງເສັ້ນທາງຫຼວງທ້ອງຖິ່ນໃຫ້ມີໂຄງຂ່າຍກວ້າງຂວາງ ຄຽງຄູ່ໄປກັບການບູລະນະຮັກສາເສັ້ນທາງທີ່ມີແລ້ວໃຫ້ຢູ່ໃນສະພາບທີ່ດີ ຊຸກຍູ້ສົ່ງເສີມການບໍລິການຂົນສົ່ງສິນຄ້າ ແລະ ໂດຍສານ ໃຫ້ມີການຂະຫຍາຍຕົວສອດຄ່ອງໄປຕາມການຂະຫຍາຍຕົວຂອງສັງຄົມ ຕອບສະໜອງໃຫ້ແກ່ການຈະລາຈອນແຈກຢາຍສິນຄ້າ ແລະ ການສັນຈອນຂອງປະຊາຊົນ.

ການຄຸ້ມຄອງພາຫະນະຕ່າງໆ ກໍຫັນເຂົ້າສູ່ຄວາມເປັນລະບຽບເທື່ອລະກ້າວ ເຊິ່ງສະແດງອອກຄື ໄດ້ຕິດຕາມ ກວດກາ ບັນດາໂຄງການກໍ່ສ້າງ ທີ່ຂຶ້ນກັບພະແນກ ຍທຂ ເຊັ່ນ: ໂຄງການກໍ່ສ້າງສ້ອມແປງທາງໄດ້ ຈຳນວນ 31 ຄັ້ງ, ໂຄງການປ້ອງກັນຕະຝັງເຈື່ອນ 04 ຄັ້ງ, ໂຄງການກໍ່ສ້າງນໍ້າປະປາ 07 ຄັ້ງ, ເຂົ້າຮ່ວມເປັນຄະນະກໍາມະການກວດກາ ຮ່ວມກັບຄະນະກວດກາຂັ້ນແຂວງ, ຄະນະກວດກາລັດຖະບານ ແລະ ກວດກາສູນກາງ 06 ຄັ້ງ 266 ໂຄງການ, ໃນນັ້ນ ເປັນໂຄງການໃນຄວາມຮັບຜິດຊອບຂອງພະແນກ ຍທຂ 80 ໂຄງການ.

ປະຈຸບັນ ມີເສັ້ນທາງເຂົ້າເຖິງ 291 ບ້ານ ເທົ່າກັບ 100 % ຂອງຈຳນວນບ້ານໃນທົ່ວແຂວງ ໃນນັ້ນ ທາງເຂົ້າຫາບ້ານທຽວໄດ້ 2 ລະດູ ມີ 243 ບ້ານ, ທຽວໄດ້ລະດູດຽວມີ 48 ບ້ານ, ທຽວທາງເຮືອ 1 ບ້ານ ຄື ບ້ານ ດອນຄອນລາດ ເມືອງທ່າພະບາດ, ປີ 2020 ມີເສັ້ນທາງທັງຫມົດ 231 ເສັ້ນ, ມີລວງຍາວ 2.337,44 ກມ, ປະກອບມີ ທາງອັດສະຟານ: 11 ກມ, ທາງເບຕົງ: 24,91 ກມ, ທາງປູຢາງ 685,81 ກມ, ທາງປູແຮ່ 876,32 ກມ, ທາງທະລຸ ຫຼື ທາງທໍາມະຊາດ: 744,15 ກມ, ຂົວເບຕົງ 66 ແຫ່ງ ລວງຍາວ 3.822,3 ແມັດ, ຂົວປະສົມ 11 ແຫ່ງ ລວງຍາວ 856.8 ແມັດ, ຂົວເບເລ 29 ແຫ່ງ ລວງຍາວ 826,40 ແມັດ, ຂົວປີໂຊ 4 ແຫ່ງ ລວງຍາວ 82 ແມັດ, ຂົວໄມ້ 03 ແຫ່ງ, ລວງຍາວ 63 ແມັດ.

ພົ້ນເດັ່ນ ແມ່ນປະຊາຊົນໄດ້ເປັນເຈົ້າການປະກອບທຶນ ແລະ ແຮງງານ ເພື່ອກໍ່ສ້າງທາງຄອນກຼີດເຂົ້າບ້ານຂອງຕົນ ສັງລວມທົ່ວແຂວງປະຊາຊົນປະກອບສ່ວນສ້າງທາງຄອນກຼີດມີຄວາມຍາວທັງໝົດ 15.3 ກມ, ເປັນມູນຄ່າ 3 ຕື້ກ່ວາກີບ, ປະກອບສ່ວນແຮງງານ ແລະ ເງິນສ້າງຂົວເບຕົງຂ້າມນໍ້າພາວ ບ້ານໜອງອໍ້ເມືອງຄໍາເກີດ ຄວາມຍາວ 45 ແມັດ, ມູນຄ່າ 200 ລ້ານກີບ, ປະຊາຊົນເມືອງໄຊຈໍາພອນປະກອບສ່ວນແຮງງານ ແລະ ເງີນ ໃນການສົມທົບສ້າງຂົວອູ່ຄວາມຍາວ 63 ແມັດ, ມູນຄ່າ 48 ລ້ານກີບ.

ປະຈຸບັນ ມີຈຳນວນຜູ້ປະກອບການຂົນສົ່ງພາຍໃນແຂວງ 11 ບໍລິສັດ ໃນນັ້ນ ຜູ້ປະກອບການຂົນສົ່ງໂດຍສານ 7 ວິສາຫະກິດ, ຜູ້ປະກອບການຂົນສົ່ງສິນຄ້າ 4 ວິສາຫະກິດ ໄດ້ເປີດສາຍທາງຂົນສົ່ງໂດຍສານເພີ່ມ 03 ສາຍທາງ ຄື: ສາຍທາງປາກຊັນ-ໄຊຈໍາພອນ, ສາຍທາງໄຊຈຳພອນ-ນະຄອນຫລວງວຽງຈັນ, ສາຍທາງປາກຊັນ-ເມືອງໝອກ, ລວມທັງໝົດຮອດປະຈຸບັນມີ 37 ສາຍທາງ.

ຂື້ນທະບຽນລົດຈັກ ແລະ ລົດ 3 ລໍ້ ຈຳນວນ 8.414 ຄັນ ເທົ່າກັບ 119,85 % ແລະ ກວດກາເຕັກນິກ 7.878 ຄັນ ເທົ່າກັບ 120,15 %, ຂຶ້ນທະບຽລົດ 4 ລໍ້ຂຶ້ນໄປ 2.779 ຄັນ ເທົ່າກັບ 119,99 % ແລະ ກວດກາເຕັກນິກ 10.742 ຄັນ ເທົ່າກັບ 117,97 %, ສອບເສັງໃບຂັບຂີ່ທຸກປະເພດ 7.120 ຄັນ ເທົ່າກັບ 162,59 % ແລະ ເກັບລາຍຮັບເຂົ້າງົບປະມານໄດ້ 3,53 ຕື້ກີບ ເທົ່າກັບ 101,05 %.

ແຂວງບໍລິຄຳໄຊມີນ້ຳຂອງໄຫຼຜ່ານ 179 ກມ ມີການເຊາະເຈື່ອນຮ້າຍແຮງ 73 ກມ ໄດ້ມີການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແລ້ວ 21,058 ກມ ຄິດເປັນ 28,84 % ຂອງລວງຍາວເຊາະເຈື່ອນຮ້າຍແຮງ ແລະ 11,76 % ຂອງລວງຍາວຕະຝັ່ງທັງໝົດ.

ລະບົບນໍ້າປະປາ ຢູ່ບັນດາເມືອງ, ກຸ່ມບ້ານ ພາຍໃນແຂວງ ສາມາດບັນລຸຄາໝາຍ ເຮັດໃຫ້ຂອບເຂດພື້ນທີ່ຕົວເມືອງໄດ້ມີນ້ຳປະປາຊົມໃຊ້ ກວມເອົາ 80% ໃນປີ 2020.

 

About admins16