ປະກາດ ແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ຕຸລາ 2022 ຢູ່ຫ້ອງປະຊຸມຂອງສູນພັດທະນາຄູ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບ ເລກທີ 615/ຂບຊ, ລົງວັນທີ 3 ຕຸລາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ໜູໄກ ລາດຊະວົງ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນການແຕ່ງຕັ້ງເພີ່ມ.

ຕອນທ້າຍຂອງພິທີ ທ່ານ ບຸນສົງ ເພັດຈະເລີນ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳວ່າ: ການແຕ່ງຕັ້ງ ຍົກຍ້າຍຊັບປ່ຽນບ່ອນປະຈຳການຂອງພະນັກງານ ແມ່ນເຫດການປົກກະຕິ, ບໍ່ວ່າຈະຢູ່ຂັ້ນສູນກາງ, ແຂວງ, ເມືອງ, ພະແນກການ, ຫ້ອງການ ເພາະວ່າໄດ້ກາຍເປັນຫຼັກການ ແລະ ເປັນລະບຽບການຂອງພັກ ທີ່ພັກເຮົາໄດ້ກຳນົດໄວ້ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຈັນຍາບັນ ແລະ ຈັນຍາທຳຕໍ່ວຽກງານຕົນຮັບຜິດຊອບ.

ທ່ານ ໜູໄກ ລາດຊະວົງ

About admins16