ປະກາດ – ຮັບຮອງເອົາບ້ານຫ້ວຍຫອຍ ເປັນບ້ານສາທາລະສຸກແບບຢ່າງ

       

 ຕອນເຊົ້າຂອງວັນທີ່ 10 ມີຖຸນາ 2022 ຢູ່ສະໂມສອນບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການສາທາລະນະສຸກເມືອງວຽງທອງ ໄດ້ຈັດພິທີປະກາດ – ຮັບຮອງເອົາບ້ານຫ້ວຍຫອຍ ເປັນບ້ານສາທາລະສຸກແບບຢ່າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານຫົວໜ້າຫ້ອງການສາທາລະນະສຸກເມືອງ, ການຈັດຕັ້ງບ້ານ, ພະນັກງານທີ່ກ່ຽວຂ້ອງຈາກຂັ້ນແຂວງ – ເມືອງ, ແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

​ ບ້ານຫ້ວຍຫອຍ ມີ 407 ຫຼັງຄາເຮືອນ, ມີປະຊາກອນທັງໝົດ 2.366 ຄົນ, ຍິງ 1.154 ຄົນ, ສ່ວນຫຼາຍຖືເອົາການກະສິກໍາເປັນອາຊີບຕົ້ນຕໍ, ການຄ້າຂາຍເປັນສໍາຮອງ.

ຜ່ານມາ ຄະນະຮັບຜິດຊອບໄດ້ນໍາເອົາບັນດານິຕິກໍາທີ່ກ່ຽວພັນກັບວຽກງານສ້າງຄອບຄົວ, ບ້ານສາທາລະນະສຸກ, ບັນດາເງື່ອນໄຂມາດຖານ ໃນການສ້າງ, ສົ່ງເສີມການຊົມໃຊ້ວິດຖ່າຍ ຕິດພັນກັບການປະຕິບັດວຽກງານຕ່າງໆຂອງບ້ານ,​ ໄດ້ພ້ອມກັນຈັດຕັ້ງປະຕິບັດເລີ່ມມາແຕ່ ວັນທີ 03 ທັນວາ 2021, ຜ່ານການປະເມີນ ເຫັນວ່າຄົບຕາມ 10 ມາດຖານ, 30 ຕົວຊີ້ວັດຂອງຈໍານວນຄອບຄົວ.

ດັ່ງນັ້ນ, ຈື່ງໄດ້ຈັດພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ, ພ້ອມທັງມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານໃນການປະກອບສ່ວນສ້າງບ້ານຫ້ວຍຫອຍ ໃຫ້ເປັນບ້ານສາທາລະນະສຸກແບບຢ່າງ.

About admin11