ປະກາດແຕ່ງຕັ້ງ ຮອງອຳນວຍການໂຮງໝໍແຂວງ

ພິທີປະກາດແຕ່ງຕັ້ງຮອງອຳນວຍການໂຮງໝໍແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ພຶດສະພາ 2021 ຢູ່ຫ້ອງຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ມີຄະນະພະແນກສາທາແຂວງ, ໂຮງໝໍແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 343/ຂບຊ ລົງວັນທີ 19 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານນາງ ພັດສະດີ ວົງສິນນະສອນ ເປັນຮອງອຳນວຍການໂຮງໝໍແຂວງ.

ທ່ານປະທານ ກ່າວວ່າ ການແຕ່ງຕັ້ງຍົກຍ້າຍບຸກຄະລາກອນ ແມ່ນເປັນວຽກປົກກະຕິ ເພື່ອໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານ, ພ້ອມນີ້ ທ່ານຍັງເນັ້ນໃຫ້ເອົາໃຈໃສ່ການສຶກສາອົບຮົມ, ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານຂັ້ນຂອງຕົນ ໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ຕ້ອງກຳແໜ້ນສິດ, ໜ້າທີ່, ພາລະບົດບາດ, ກົດໝາຍ ແລະ ລະບຽບການຂອງພັກ-ລັດ, ການນຳພາວຽກງານ ຕ້ອງມີແບບແຜນຢ່າງຈະແຈ້ງ ແລະ ຜູ້ທີ່ໄດ້ຮັບມອບ ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

About admins16