ປະກາດແຕ່ງຕັ້ງ, ຊັບຊ້ອນ ພະນັກງານການນຳຂັ້ນແຂວງຫຼາຍຕຳແໜ່ງ

ໃນວາລະດໍາເນີນກອງປະຊຸມ ທາບທາມບຸກຄະລະກອນ ຄະນະບໍລິຫານສູນກາງພັກ ໃນວັນທີ 7 ທັນວາ 2020 ຢູ່ສະໂມສອນແຂວງ  ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານນຳພາຂັ້ນແຂວງຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄຳໄຊ ໂດຍມີການນຳຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້້ນຜ່ານຂໍ້ຕົກລົງ ຂອງຄະນະປະຈໍາພັກແຂວງ 628, 629 ແລະ 630 ລົງວັນທີ 3 ທັນວາ 2020 ແລະ ຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄໍາໄຊ ສະບັບເລກທີ 728, 729, 730, 732 ແລະ 733 ລົງວັນທີ 3 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍພະນັກງານການນຳຂອງແຂວງ ໄປຮັບໜ້າທີ່ໃໝ່ ໂດຍຕົກລົງຍົກຍ້າຍທ່ານ ພັນໂທ ສົມສົດ ແສງອາພອນ ກໍາມະການພັກແຂວງ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ໄປເປັນເລຂາພັກເມືອງ ເຈົ້າເມືອງທ່າພະບາດ,  ຍົກຍ້າຍ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ເຈົ້າເມືອງທ່າພະບາດ ມາເປັນຜູ້ວ່າການອົງການກວດກາລັດຂັ້ນແຂວງ, ຍົກຍ້າຍ ທ່ານ ບຸນຄໍາ ໄຊເຢ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານອົງການກວດກາລັດແຂວງ ໄປເປັນປະທານແນວລາວສ້າງຊາດແຂວງ, ແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ກໍາມະການພັກແຂວງ ຮອງຫົວໜ້າພະແນການເງິນແຂວງ ຂຶ້ນເປັນວ່າການຫົວໜ້າພະແນກການເງິນແຂວງ ແລະ ຍົກຍ້າຍ ທ່ານ ຄໍາແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ ໄປປະຈໍາການຮັບໜ້າທີໃໝ່ ຢູ່ຫ້ອງວ່າການແຂວງ ບໍລິຄໍາໄຊ.

ການຊັບປ່ຽນໜ້າທີ່ວຽກງານ ພະນັກງານຫຼັກແຫຼ່ງນໍາພາ-ຄຸ້ມຄອງແຕ່ລະຂັ້ນໃນຄັ້ງນີ ແມ່ນວຽກງານໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ບັນດາກົງຈັກການຈັດຕັ້ງຂອງແຂວງ ກໍ່ຄືບັນດາຂະແໜງການ ມີຄວາມຖືກຕ້ອງ ແລະ ເໝາະສົມ ຕາມຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານ ກໍ່ຄືການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນ ທີ່ໄດ້ກໍານົດຢູ່ໃນບົດລາຍງານການເມືອງ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 5 ແລະ ໜ້າວຽກຈຸດສຸມທີ່ໄດ້ກໍານົດໄວ້ ໃນມະຕິກອງປະຊຸມໃຫ່ຍ ອົງຄະນະພັກແຂວງ ບໍລິຄໍາໄຊ ຄັ້ງທີ 7 ໃຫ້ປະກົດຜົນເປັນຈິງ.

About admins14