ປະກາດແຕ່ງຕັ້ງ ຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊ

ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2021 ຢ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານ ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະບໍລິຫານງານພັກແຂວງ, ຄະນະບັນຊາກຳລັງ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 17/ຄລສພ, ລົງວັນທີ 10 ກຸມພາ 2021 ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ໂດຍການຕົກລົງແຕ່ງຕັ້ງ ສະຫາຍ ກອງແກ້ວ ໄຊສົງຄາມ ເປັນປະທານ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ສຸວັນນີ ໄຊຊະນະ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ເປັນຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ວັນວິໄລ ແດນພູຫຼວງ, ສະຫາຍ ບຸນສົງ ເພັດຈະເລີນ, ສະຫາຍ ພັນເອກ ກົງຈັນ ໄຊປັນຍາ, ສະຫາຍ ພັນເອກ ແສງທອງ ດວງວິໄລ, ສະຫາຍ ພັນເອກ ຄຳແດງ ແພງພົງພັນ ແລະ ສະຫາຍ ພັນເອກ ດວງສີ ພັນທະວົງ ເປັນກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ.

ຕອນທ້າຍສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ໂດຍສະຫາຍໄດ້ເນັ້ນໃຫ້ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງບໍລິຄຳໄຊ ຈົ່ງຍົກສູງການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ  ໃຫ້ໜັກແໜ້ນ, ທົ່ວເຖິງ ແລະ ເລິກເຊີ່ງລົງສູ່ຮາກຖານທ້ອງຖີ່ນ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ເຮັດໃຫ້ເປັນສະຕິ, ເປັນຂະບວນການ ແລະ ເປັນການເຄື່ຶອນໄຫວ ທີ່ໄດ້ຮັບໝາກຜົນຕົວຈິງ, ຢຶດໝັ້ນ ແລະ ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເລິກເຊິ່ງເຖິງຖອງ, ຕັ້ງໜ້າກໍ່ສ້າງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ມີແບບແຜນທີ່ສະຫຼາດສ່ອງໃສ ແລະ ເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະໂດຍກົງ, ລວມສູນເປັນເອກະພາບ ແລະ ຮອບດ້ານຕໍ່ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຢູ່ໃນຄວາມຮັບຜິດຊອບ, ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນແຂວງ, ສະກັດກັ້ນ, ທັບມ້າງກົນອຸບາຍ, ຕ້ານການເຄື່ອນໄຫວຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນທີ່ບໍ່ຫວັງດີ, ໜໍ່ແໜງທີ່ພາໃຫ້ເກີດມີຄວາມບໍ່ສະຫງົບ, ເພີ່ມທະວີສຸມທຸກກຳລັງແຮງທົ່ວສັງຄົມ ເພື່ອຮັບປະກັນໃຫ້ແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

About admins14