ບໍລິຄຳໄຊ ປະກາດແຕ່ງຕັ້ງ ການນຳຂັ້ນແຂວງຫຼາຍຕຳແໜ່ງ

ພິທີປະກາດແຕ່ງຕັ້ງທ່ານເຈົ້າແຂວງ ແລະ ຫົວໜ້າພະແນກການ ໄດ້ຈັດຂຶ້ນໃນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝ ທີ VII ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 18 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ກອງແກ້ວ ໄຊສົງຄາມ ເປັນເຈົ້າແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງຄະນະປະຈຳພັກແຂວງ 647/ຄປພ.ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ວົງສີ ທອງສີອິນທິປັນຍາ ຄະນະປະຈຳພັກແຂວງ ເປັນຫົວຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ 830/ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ໄຊອຳພອນ ສີຫາວົງ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ 832/ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ເປັນຫົວໜ້າພະແນກການເງິນແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ 841/ຂບຊ ລົງວັນທີ 30 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມໃຈ ຄຸນພະໄຊ ເປັນຫົວໜ້າຫ້ອງວ່າແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ 826/ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການຍົກຍ້າຍ ທ່ານ ນາງ ຟອງສະໝຸດ ພົງພິຈິດ ກຳມະການພັກແຂວງ, ຮອງຫົວໜ້າຫ້ອງວ່າການແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງ.

About admins16