ປະກາດແຕ່ງຕັ້ງຮາກຖານ ແລະ ແຕ່ງຕັ້ງຄະນະຮາກຖານ 3 ອົງການຈັດຕັ້ງມະຫາຊົນ ດ່ານສາກົນນ້ຳພາວ

ອີງຕາມກົດລະບຽບຂອງສະຫະພັນກຳມະບານ, ຊາວໜຸ່ມ ແລະ ແມ່ຍິງ ວ່າດ້ວຍທີ່ຕັ້ງແລະ ພາລະບົດບາດ ໃນການເຄື່ອນໄຫວວຽກງານ  ໃນຕອນບ່າຍຂອງວັນທີ 8 ທັນວາ 2021 ຢູ່ທີ່ຫ້ອງປະຊຸມດ່ານສາກົນນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ  ໄດ້ຈັດພິທີປະກາດການຈັດຕັ້ງຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະຮາກຖານ 3 ອົງການຈັດຕັ້ງມະຫາຊົນຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ພັທ ປທ ຄຳແດງ ທຳມະສິດ ເປັນເລຂາໜ່ວຍພັກດ່ານຊາຍແດນສາກົນນໍ້າພາວ, ມີທ່ານປະທານສະຫະພັນກຳມະບານແຂວງ, ສະຫະພັນແມ່ຍິງແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍສະມາຊິກອົງການຈັດຕັ້ງມະຫາຊົນ ປະຈຳດ່ານຊາຍແດນສາກົນນໍ້າພາວ ເຂົ້າຮ່ວມ.

ໃນກອງປະຊູມ ໄດ້ຜ່ານຂໍ້ຕົກລົງ ຂອງປະທານສະຫະພັກກຳມະບານແຂວງ ສະບັບເລກທີ 67/ກບຂ ລົງວັນທີ່ 13 ຕຸລາ 2021 ວ່າດ້ວຍ ການສ້າງຕັ້ງກຳມະບານຮາກຖານ ດ່ານຊາຍແດນສາກົນນໍ້າພາວ, ຂໍ້ຕົກລົງ ຂອງປະທານສະຫະພັກແມ່ຍິງແຂວງ ສະບັບເລກທີ 1013/ສຍຂ ລົງວັນທີ່ 25 ຕຸລາ 2021 ວ່າດ້ວຍ ການສ້າງຕັ້ງສະຫະພັນແມ່ຍິງຮາກຖານ ດ່ານຊາຍແດນສາກົນນໍ້າພາວ, ຂໍ້ຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 784 /ຄຊໜ.ຂບຊ ລົງວັນທີ່ 21 ຕຸລາ 2021 ວ່າດ້ວຍ ການສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໜ່ວຍຮາກຖານ ດ່ານຊາຍແດນສາກົນນໍ້າພາວ ຄື: ແຕ່ງຕັ້ງສະຫາຍ ອິນປັນ ສິນທະສອນ ເປັນປະທານກຳມະບານ , ສະຫາຍ ນາງ ບົວໄຂ ໄຊສົງຄາມ ເປັນຮອງ ແລະ ສະຫາຍ ວິລະກອນ ພູມະໂນ ເປັນຜູ້ກວດກາ; ແຕ່ງຕັ້ງ ທ່ານ ນາງ ຄຳພວງ ໄຊຍະລື  ເປັນປະທານແມ່ຍິງ, ທ່ານ ຮທ ນາງ ສຸລິຕາ ສຸລິທອນ ເປັນຮອງປະທານ ແລະ ທ່ານ ນາງ ຄານໃສ ເພັດສົມພອນ ເປັນຄະນະ; ແຕ່ງຕັ້ງ ສະຫາຍ ຮອ ທິນນະກອນ ພົມມະຈັນ ເປັນເລຂາຊາວໜຸ່ມ, ສະຫາຍ ແດງສະຫວັນ ຜ່ານມີໄຊ ເປັນຮອງເລຂາ, ສະຫາຍ ວຽງພອນ ສີສົມພົງ ເປັນຮອງເລຂາ ທັງເປັນຜູ້ກວດກາ, ສະຫາຍ ຮອ ຄອນສະຫວັນ ບໍລິວັນ ແລະ ສະຫາຍ ນາງ ສຸພາພອນ ເລີດຖາວອນ ເປັນຄະນະ.

ໃນຕອນທ້າຍພິທີ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ໃຫ້ກຽດມີຄຳເຫັນໂອ້ລົມວ່າ: ກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທາງຄະນະຮັບຜິດຊາບຄຸ້ມຄອງດ່ານຊາຍແດນສາກົນນໍ້າພາວ ທີ່ໄດ້ພ້ອມກັນຊີ້ນໍາ – ນໍາພາພະນັກງານທີ່ປະຈຳດ່ານ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະ ຂອງທຸກຂະແໜງການເຮັດສໍາເລັດໜ້າທີ່ວຽກງານຂອງຕົນຮັບຜິດຊອບຢ່າງມີປະສິດທິພາບສູງ ໃນຕະຫຼອດໄລຍະຜ່ານມາ.

ທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ 3 ອົງການຈັດຕັ້ງມະຫາຊົນ ເຊິ່ງ ທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊາບຄຸ້ມຄອງດ່ານຊາຍແດນສາກົນນໍ້າພາວ ອຳນວຍຄວາມສະດວກໃຫ້ທັງ 3 ອົງການຈັດຕັ້ງໄດ້ເຄື່ອນໄຫວຕາມສິດພາລະບົດບາດຄ່ຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ, ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊີກຂອງຕົນ ໃຫ້ກຳແໜ້ນທາງດ້ານລະບຽບຫຼັກການ ແລະ ມີການກວດກາເປັນປົກກະຕິ ເພື່ອຮັບປະກັນເຮັດວຽກງານຂອງຕົນໃຫ້ກ້າວໜ້າຂື້ນເລື້ອຍໆ.

About admin11