ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງປາກກະດິງ

ພິທີປະກາດການຈັດຕັ້ງຫ້ອງການແຜນການ ແລະ ການລົງທຶນ ເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2023 ຢູ່ປະຊຸມຫ້ອງວ່າການ, ເຂົ້າຮ່ວມໂດຍ ທ່ານ ບຸນຄົບ ຈັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີຕາງໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານພາຍໃນຫ້ອງການແຜນການ ແລະ ການລົງທຶນ ເຂົ້້າຮ່ວມ.

ພິທີ ໄດ້ຜ່ານຂໍ້ຕົກລົງເຈົ້າເມືອງປາກກະດິງ ເລກທີ 91/ມປດ, ລົງວັນທີ 31 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ແສງທະວົງ ໄຊຍະວົງ ຫົວໜ້າໜ່ວຍງານແຜນການ ແລະ ປະເມີນຜົນ ຫ້ອງການແຜນການ ແລະ ການລົງທືນ ຂຶ້ນເປັນຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ເມືອງປາກກະດິງ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ບຸນຄົບ ຈັນທະວົງ ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງໄດ້ເອົາໃຈໃສ່ບຸກບືນຄົ້ນຄ້ວາແບບແຜນວິທີນຳພາ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແນໃສ່ນຳພາ-ຊີ້ນຳວຽກງານ ໃຫ້ໄດ້ຮັບຜົນດີຕາມແຜນທີ່ວາງໄວ້.

About admins14