ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ

ພິທີປະກາດການຈັດຕັ້ງຮອງຫົວໜ້າພະແນກພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ທັນວາ 2020 ຢູ່ຫ້ອງຫ້ອງປະຊຸມຂອງຕົນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 834/ຂບຊ ລົງວັນທີ 28 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຄົນໃໝ່.

ໂອກາດນີ້ ທ່ານປະທານ ຍັງໄດ້ໃຫ້ທິດຊີ້ນຳໃນຫຼາຍວຽກງານທີ່ສຳຄັນ ເປັນຕົ້ນແມ່ນ ໃຫ້ສຸມໃສ່ສຶກສາອົບການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ໃຫ້ເລິກເຊີ່ງກວ້າງຂວາງ, ກຳແໜ້ນໃຫ້ໄດ້ເຖິງສິດ, ໜ້າທີ່ ແລະ ພາລະບົດບາດ ຂອງແຕ່ລະຂະແໜງການວາງອອກ ຮັບປະກັນການປະຕິບັດລັດຖະທຳມະນູນ, ລະບຽບ, ກົດໝາຍ ແລະ ມະຕິຄຳສັ່ງ ທີ່ພົວພັນກັບຂະແໜງການຂອງຕົນ ຢ່າງເຂັ້ມງວດ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ທາງດ້ານຄຸນທາດການເມືອງ, ມີແບບແຜນການນໍາພາໃຫ້ຮັກສາຄວາມສາມັກຄີເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ ແລະ ຮັບປະກັນໄດ້ໃນຄວາມຮັບຊອບຂອງຕົນທີ່ໄດ້ຮັບມອບໝາຍ.

About admins16