ປະກາດແຕ່ງຕັ້ງຮອງປະທານສະຫະພັນແມ່ຍິງແຂວງ

ພິທີປະກາດແຕ່ງຕັ້ງຮອງປະທານສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເຂົ້າຮ່ວມໂດຍ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຄະນະປະທານສະຫະພັນແມ່ຍິງແຂວງ, ຮາກຖານສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 484/ຂບຊ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ວິລະພອນ ພົມມະວົງສາ ເປັນຮອງປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ.

ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສໍາຄັນຢ່າງໜັກແໜ້ນ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ທັງນີ້ ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່ ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມທິດຂັ້ນເທິງວາງອອກ.

ທ່ານຍັງໄດ້ຮຽກຮ້ອງໃຫ້ການຈັດຕັ້ງ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກຳແໜ້ນແນວທາງ, ກຳໄດ້ລະບຽບກົດໝາຍ ສ້າງການຫັນປ່ຽນໃໝ່ ແລະ ມີຄວາມສະດຸ້ງໄວ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຖືກຕ້ອງ, ວ່ອງໄວທັນເວລາ ແລະ ໄດ້ຮັບປະສິດທິຜົນສູງສຸດ.

About admins14