ປະກາດແຕ່ງຕັ້ງຫົວໜ້າຫ້ອງການຄະນະກໍາມະການ ປກຊ – ປກສ ແຂວງ ບໍລິຄໍາໄຊ

          ຕອນເຊົ້າວັນທີ 17 ກຸມພາ 2022 ທີ່ຫ້ອງປະຊຸມເບີ 2 ແຂວງ ບໍລິຄໍາໄຊ ໄດ້ມີພິທີປະກາດການແຕ່ງຕັ້ງ ຫົວໜ້າຫ້ອງການຄະນະກໍາມະການ ປກຊ – ປກສ ແຂວງ ບໍລິຄໍາໄຊ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີທ່ານ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຮອງຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບສູນກາງ, ມີຫົວໜ້າກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ພະນັກງານ – ນັກຮົບຫ້ອງການ ປກຊ – ປກສ ແຂວງ ເຂົ້າຮ່ວມ.

          ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4161/ກປທ ລົງວັນທີ 13 ເດືອນ ກັນຍາ 2021 ວ່າດ້ວຍການອະນຸມັດໃຫ້ທ່ານ ພັນເອກ ດວງສີ ພັນທະວົງ ຫົວໜ້າຫ້ອງການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ພັກການເພື່ອກຽມຮັບບໍານານ ແລະ ຜ່ານຂໍ້ຕົກລົງຂອງຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບສູນກາງ ສະບັບເລກທີ 39/ຄ.ປກຊ-ປກສ ລົງວັນທີ 01 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ພັນໂທ ເພັດສະໄໝ ໂຮມຂະສິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ – ປກສ ແຂວງ ຂື້ນເປັນຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ.

          ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ, ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫົງບ ແຂວງ ບໍລິຄໍາໄຊ ຜູ້ເກົ່າ ທີ່ສາມາດເຮັດສໍາເລັດໜ້າທີ່ທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຫົວໜ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫົງບ ແຂວງ ບໍລິຄໍາໄຊ ຜູ້ໃໝ່ ຈົ່ງສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ແລະ ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດ, ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃນການສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິ ແລະ ທັນການ, ສືບຕໍ່ປະສານສົມທົບກັບທຸກພາກສ່ວນຈັດຕັ້ງຜັນຂະຫຍາຍແນວທາງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ກາຍເປັນວຽກງານຂອງທົ່ວປວງຊົນຮອບດ້ານຢ່າງກ້ວາງຂວາງ, ເພີ່ມທະວີເຮັດວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງວາງອອກໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

About admin11