ປະກາດຮັບຮອງເມືອງປາກຊັນ ເປັນເມືອງສາມັກຄີປອງດອງ ເປັນເມືອງທີ 3 ຂອງປະເທດ

ພິທີປະກາດຮັບຮອງເມືອງປາກຊັນ ແຂວງບໍລິຄຳໄຊ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ຈັດຂຶ້ນໃນວັນທີ່ 21 ສິງຫາ 2020 ຢູ່ເດີ່ນກິລາເປຕັງແຂວງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ປອ ກອງແກວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີທ່ານປະທານແນວລາວສ້າງຊາດແຂວງ, ເຈົ້າເມືອງປາກຊັນ ແຂກຖືກເຊີນຈາກເມືອງອ້ອມຂ້າງ ແລະ ມວນຊົນຊາວເມືອງປາກຊັນເຂົ້າຮ່ວມ.

ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນໄດ້ລາຍງານວ່າ: ເມືອງປາກຊັນ ເປັນເມືອງທີ່ມີຍຸດທະສາດສໍາຄັນ, ເປັນໃຈກາງທາງດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ປະກອບມີ 54 ບ້ານ ມີປະຊາກອນທັງໝົດ 50.359 ຄົນ, ຍິງ 24.766 ຄົນ, ເສດຖະກິດຂະຫຍາຍຕົວໃນລະດັບ 7,5% ຕໍ່ປີ ສະເລ່ຍໃສ່ພົນລະເມືອງ 1.747,34 ໂດລາ/ຄົນ/ປີ,  ປະຊາຊົນບັດາເຜົ່າ ໄດ້ຕັ້ງໜ້າສ້າງເສດຖະກິດຜະລິດເປັນສິນຄ້າ, ປູກຝັງ-ລ້ຽງສັດ ອັນພົ້ນເດັ່ນແມ່ນຂະບວນການປູກພືດຜັກ ແລະ ລ້ຽງປາ ເຊິ່ງສາມາດສ້າງລາຍຮັບ 646 ລ້ານກ່ວາກີບ/ປີ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ.

ປະຈຸບັນ ມີຄອບຄົວພົ້ນທຸກແລ້ວ ກວມເອົາ 99,35%, ມີຄອບຄົວວັດທະນາທໍາ 9.162 ຄອບຄົວກວມເອົາ 91,16%, ປະກາດເປັນບ້ານ ວັດທະນະທໍາທັງໝົດ 54 ບ້ານກວມເອົາ 100% ແລະ ປະກາດເປັນເມືອງຈົບຊັ້ນມັດທະຍົມຕົ້ນບຳລຸງ ປີ 2014, ປະຊາຊົນເຂົ້າເຖິງການບໍລິການດ້ານສາທາລະນະສຸກ 100%, ປະຊາກອນ ອາຍຸຍືນ ສະເລ່ຍ 63,7 ປີ, ອັດຕາການຊົມໃຊ້ນໍ້າສະອາດ 98%, ປະກາດເປັນເມືອງແບບຢ່າງດ້ານສາທາລະນະສຸກ ໃນປີ 2015 ແລະ ປະກາດເປັນເມືອງຢຸດຕິການຖ່າຍຊະຊາຍ ປີ 2017, ປະກາດຮັບຮອງເປັນບ້ານພັດທະນາ 54 ບ້ານ, ມີຄອບຄົວພັດທະນາ ກວມເອົາ 99,35%.

ຜ່ານການຈັດຕັ້ງປະຕິບັດຄາດໝາດສູ້ຊົນກ່ຽວກັບການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງເລີ່ມແຕ່ປີ 2017 ເຖິງປະຈຸບັນເຫັນວ່າ ປະຊາຊົນບັນດາເຜົ່າທົ່ວເມືອງປາກຊັນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຫັນໄດ້ຄວາມສໍາຄັນໃນການສ້າງຄວາມສາມັກຄີປອງດອງໃນທົ່ວປວງຊົນ ແລະ ເປັນຈຸດໝາຍປາຍທາງຂອງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຮອດປີ 2020 ນີ້ ທົ່ວເມືອງປາກຊັນ ໄດ້ມີຄອບຄົວປອງດອງ ຈໍານວນ 8.952 ຄອບຄົວ, ບ້ານສາມັກຄີປອງດອງ ຈໍານວນ 54 ບ້ານ ເທົ່າກັບ 100% ສາມາດປະກາດເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນເມືອງທີ 2 ຂອງແຂວງບໍລິຄຳໄຊ ແລະ ເປັນເມືອງທີ 3 ຂອງ ສປປ ລາວ.

About admins16