ປະກາດຮັບຮອງຄອບຄົວ, ບ້ານຈອມທອງ ເປັນບ້ານໜັກແໜ້ນທາງດ້ານການເມືອງ

ໃນວັນທີ 1 ພະຈິກ 2022 ຢູ່ຫ້ອງການບ້ານ ຈອມທອງ ເມືອງວຽງທອງ ໄດ້ຈັດພິທີຮັບຮອງຄອບຄົວ,ບ້ານຈອມທອງ ເປັນຄອບຄົວ, ບ້ານໜັກແໜ້ນທາງດ້ານການເມືອງ, ສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍບ້ານເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະບ້ານ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານຫຍໍ້ ການສ້າງຂະບວນການປະເມີນຄອບຄົວ, ບ້ານມີຄວາມໜັກແໜ້ນທາງດ້ານການເມືອງ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍບ້ານເມືອງ ເຫັນວ່າ ບ້ານໄດ້ມີການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງບ້ານໄດ້ຄົບຕາມ 6 ມາດຖານທີ່ກໍານົດໄວ້ ໂດຍສະເພາະແມ່ນ: ມາດຖານປະຊາຊົນທຸກຄອບຄົວມີຄວາມຕື່ນຕົວເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ – ສັງຄົມຂອງລັດຖະບານ, ຂອງແຂວງ, ເມືອງ ແລະ ບ້ານ ເຂົ້າສູ່ຊີວິດຕົວຈິງ ສາມາດປະເມີນໄດ້ 85%, ມາດຖານປະຊາຊົນທຸກຄອບຄົວມີຄວາມຕື່ນຕົວ ເຂົ້າຮ່ວມຂະບວນການຕ່າງໆຂອງບ້ານ ປະເມີນໄດ້ 84%, ປະຊາຊົນທຸກຄອບຄົວພາຍໃນບ້ານ ໄດ້ຂື້ນທະບຽນສຳມະໂນຄົວ ແລະ ພົນລະເມືຶອງກວມເອົາ 80% ແລະ ຄົນໃນຄອບຄົວອາຍຸ 15 ປີຂື້ນໄປ ມີບັດປະຈໍາຕົວ ກວມເອົາ 99,5%, ນອກນັ້ນ ແຕ່ລະມາດຖານສາມາດປະເມີນໄດ້ 80% ຂື້ນໄປ.

ຄະນະໂຄສະນາເມືອງ ຈຶ່ງໄດ້ຜ່ານຂໍ້ຕົກລົງຂອງນາຍບ້ານເລກທີ 46/ນບ.ຈທ ວ່າດ້ວຍຮັບຮອງເອົາຄອບຄົວມີຄວາມໜັກແໜ້ນ ທາງດ້ານການເມືອງ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍບ້ານເມືອງ ຈຳນວນ 29 ໜ່ວຍ, 439 ຄອບຄົວ ແລະ ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເລກທີ 707/ ຈມ.ວທ ວ່າດ້ວຍການຮັບຮອງເອົາບ້ານຈອມທອງ ເປັນບ້ານໜັກແໜ້ນທາງດ້ານການເມືຶອງ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍ ປະຈຳປີ 2022, ເພື່ອເປັນການຢັ້ງຢືນຜົນງານທີ່ຍາດມາໄດ້ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານຈອມທອງ ຢ່າງສົມກຽດ.

About admins14