ປະກາດອົງການຈັດຕັ້ງມະຫາຊົນ ຂົງເຂດການສຶກສາ ຫ້ວຍຫອຍ


ໃນວັນທີ 21 ຕຸລາ 2020 ຢູ່ໂຮງຮຽນປະຖົມສົມບູນບ້ານຫ້ວຍຫອຍ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ສ້າງຕັ້ງອົງການຈັດຕັ້ງມະຫາຊົນໂຮງຮຽນ ອະນຸບານ-ປະຖົມ, ມຕ ຫ້ວຍຫອຍ ແລະ ມສ ຫ້ວຍຫອຍຂື້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳທອງ ກອງມະນີ ຮອງເລຂາພັກບ້ານຫ້ວຍຫອຍ, ມີ ຮອງເລຂາຊາວໝຸ່ມເມືອງ, ຮອງປະທານສະຫະພັນແມ່ຍີງເມືອງ ແລະ ບັນດາສະມາຊິກຊາວໝຸ່ມ, ແມ່ຍິງພາຍໃນໜ່ວຍ ເຂົ້າຮ່ວມ.


ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງເລຂາຄະນະບໍລິຫານງານຊາວໝຸ່ມເມືອງ ເລກທີ 018/ຊໝ.ມວທ ວ່າດ້ຍການສ້າງຕັ້ງໜ່ວຍຊາວໝຸ່ມ ມຕ ຫ້ວຍຫອຍ, ຂໍ້ຕົກລົງ ເລກທີ 017/ຊໝ.ມວທ ວ່າດ້ວຍການແຕ່ງຕັ້ງ ເລຂາ ຄະນະໜ່ວຍຊາວໝຸ່ມ ມຕ ຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງ ສະຫາຍ ເຄນທອງ ພະຄອນຄຳ ເປັນເລຂາ, ສະຫາຍ ລັດດາວີ ຈັນທະມາດ ເປັນຮອງ ແລະ ສະຫາຍ ນາງ ແກ້ວມະນີ ພົມມະສີ ເປັນຄະນະ, ຜ່ານຂໍ້ຕົກລົງປະທານສະຫະພັນແມ່ຍິງເມືອງ ເລກທີ 268/ສຍມ ວ່າດ້ວຍການສ້າງຕັ້ງສະຫະພັນແມ່ຍິງ ໜ່ວຍ ອະນຸບານ-ປະຖົມ ຫ້ວຍຫອຍ, ຂໍ້ຕົກລົງເລກທີ 268/ສຍມ ວ່າດ້ວຍການແຕ່ງຕັ້ງຄະນະສະຫະພັນແມ່ຍິງໜ່ວຍໂຮງຮຽນ ອະນຸບານ-ປະຖົມ ຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງສະຫາຍ ນາງ ອອນ ຫວານມະນີ ເປັນປະທານ, ສະຫາຍ ນາງ ຜົມ ໄຊສຸວົງ ເປັນຮອງ ແລະ ສະຫາຍ ນາງ ຄຳພາ ແກ້ວມຸນທາ ເປັນຄະນະ ແລະ ຜ່ານຂໍ້ຕົກລົງ ຂອງປະທານສະຫະພັນແມ່ຍິງເມືອງ ເລກທີ 267/ສຍມ ວ່າດ້ວຍການສ້າງຕັ້ງສະຫະພັນແມ່ຍິງຂັ້ນ ຮາກຖານ ມສ ຫ້ວຍຫອຍ, ຂໍ້ຕົກລົງເລກທີ 269/ສຍມ ວ່າດ້ວຍການແຕ່ງຕັ້ງຄະນະສະຫະພັນແມ່ຍິງຂັ້ນຮາກຖານ ມສ ຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງສະຫາຍ ນາງ ພວງ ກອງມະນີ ເປັນປະທານ, ສະຫາຍ ນາງ ອອນ ຫວານມະນີ ເປັນຮອງ, ສະຫາຍ ນາງ ກ້ວຍ ແສງວິໄລ ເປັນກຳມະການ ແລະ ສະຫາຍ ນາງ ຜົມ ໄຊສຸວົງ ເປັນຄະນະ.

ການສ້າງຕັ້ງ ອົງການຈັດຕັ້ງມະຫາຊົນ ກໍ່ເພື່ອເປັນການເພີ່ມພາລະບົດບາດ ໃຫ້ແກ່ອົງການການສຶກສາ ໃນການເຄື່ອນໄຫວວຽກງານທາງດ້ານການເມືອງ ເພາະອົງການຈັດຕັ້ງມະຫາຊົນ ມີພາລະບົດບາດໃນການເຄື່ອໄຫວວຽກງານຂອງອົງການຈັດຕັ້ງພັກ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານ ເພື່ອກ້າວຂຶ້ນເປັນສະມາຊິກພັກ – ເປັນພະນັກງານຫລັກແຫລ່ງນຳພາ ທີ່ມີຄວາມສາມາດເຂັ້ມແຂງຮອບດ້ານ.

About admin11