ປະກາດສ້າງຕັ້ງ 2 ໜ່ວຍພັກທີ່ຂື້ນກັບຮາກຖານພັກຫ້ອງຕຳຫຼວດ ປກສ ແຂວງບໍລິຄຳໄຊ

ໃນວັນທີ 22 ກັນຍາ 2021 ຮາກຖານພັກຫ້ອງຕຳຫຼວດ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດ ສ້າງຕັ້ງ 2 ໜ່ວຍພັກທີ່ຂຶ້ນກັບ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຄຳແພງ ນຳພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງຕຳຫຼວດ.

ສະຫາຍ ພັນໂທ ບຸນລັບ ລາດສະວົງສຸກ ຮອງຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານມະຕິຕົກລົງ ເລກທີ 343-346/ຄບພ.ປກສຂ ລົງວັນທີ 27 ສີງຫາ 2021 ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການສ້າງຕັ້ງ ແລະ ແຍກໜ່ວຍພັກ, ບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຜູ້ກວດກາ ຄະນະໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານຫ້ອງຕຳຫຼວດ.

ໃນນີ້ ສ້າງຕັ້ງໜ່ວຍພັກພະແນກຕຳຫຼວດສິ່ງແວດລ້ອມ, ເປັນໜ່ວຍພັກໜື່ງ ທີ່ຂື້ນກັບຄະນະພັກຮາກຖານຫ້ອງຕຳຫຼວດ ໂດຍແຕ່ງຕັ້ງສະຫາຍ ພັນໂທ ຄຳເພັດ ອຳພົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ທອງສີ ມັງສຸດາ ເປັນຮອງເລຂາ, ສະຫາຍ ພັນຕີ ພູໄຊ ໄຊຍະເກດ ເປັນປະທານກວດກາໜ່ວຍພັກ.

ສ້າງຕັ້ງໜ່ວຍພັກພະແນກເສດຖະກິດ ເປັນໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານຫ້ອງຕຳຫຼວດ ແລະ ແຕ່ງຕັ້ງສະຫາຍ ພັນໂທ ບຸນ ອິນທິລາດ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ບຸດພອນໄຊ ແກ້ວວິເສດ ເປັນຮອງເລຂາ, ສະຫາຍ ພັນໂທ ຄຳພອນ ຫອມມະນີ ເປັນປະທານກວດກາໜ່ວຍພັກ.

ຕອນທ້າຍພິທີ ສະຫາຍ ພັນໂທ ຄຳແພງ ນຳພາວັນ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະຫ້ອງ, ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ທີ່ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນພັກ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເຮັດວຽກງານສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີເຮັດວຽກງານເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງເພື່ອສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິວ່ອງໄວ ແລະ ທັນເຫດການ, ອອກແຮງເຄື່ອນໄຫວຊີ້ນໍາ-ນໍາພາ ວຽກງານວິຊາສະເພາະແຕ່ລະໄລຍະ ໃຫ້ແທດເໝາະກັບສະພາບວຽກງານຕົວຈິງໃຫ້ມີຜົນສໍາເລັດຢ່າງມີປະສິດທິຜົນສູງ ພ້ອມກັນເຝົ້າລະວັງຕິດຕາມກວດກາ ແລະ ປະຕິບັດມາດຕະການປ້ອງກັນສະກັດກັ້ນການແຜ່ລະບາດຂອງເຊື່ອພະຍາດໂຄວິດ-19 ໃຫ້ເຂັ້ມງວດ.

 

About admin11